ດ້ຽນບຽນຝູ ມີທີ່ຕັ້ງຍຸດທະສາດທີ່ສຳຄັນຕໍ່ສະໜາມຮົບອິນດູຈີນ ແລະອາຊີຕາເວັນອອກສ່ຽງໃຕ້. ດັ່ງນັ້ນ, ກອງທັບຝຣັ່ງ ຈຶ່ງໄດ້ຫັນສະຖານທີ່ແຫ່ງນີ້ໃຫ້ເປັນຖານທັບການທະຫານທີ່ແຂງແກ່ນທີ່ສຸດໃນອິນດູຈີນ, ເຊິ່ງພວກເຂົາ ອວດອ້າງວ່າເປັນ "ປ້ອມປ້ອງກັນທີ່ບໍ່ສາມາດຕ້ານທານໄດ້". ຕີລາຄາຖືກກັບສະພາບການ ແລະກົນອຸບາຍຂອງສັດຕູ, ໃນທ້າຍປີ 1953, ກົມການເມືອງໄດ້ຕັດສິນໃຈເປີດບັ້ນຮົບດ້ຽນບຽນຝູ. ປະທານໂຮ່ຈີມິນ ໄດ້ກຳນົດວ່າ: ບັ້ນຮົບນີ້ແມ່ນບັ້ນຮົບທີ່ມີຄວາມໝາຍສຳຄັນທີ່ສຸດບໍ່ພຽງແຕ່ດ້ານການທະຫານເທົ່ານັ້ນ, ຫາກຍັງແມ່ນດ້ານການເມືອງ, ບໍ່ພຽງແຕ່ຢູ່ພາຍໃນປະເທດເທົ່ານັ້ນ ຍັງນັບທັງຢູ່ຕ່າງປະເທດອີກດ້ວຍ. ສະນັ້ນ, ທົ່ວປວງຊົນ, ທົ່ວກອງທັບ, ທົ່ວພັກຕ້ອງສຸມໃສ່ສ້າງຄວາມສຳເລັດໃຫ້ໄດ້.

leftcenterrightdel
ພາບສາລະຄະດີ.

ເພື່ອຮັບຮູ້ຄວາມຕັດສິນໃຈຍຸດທະສາດ ເພື່ອຍາດໄດ້ໄຊຊະນະ, ກອງທັບ ແລະປະຊາຊົນຂອງຫວຽດນາມ ຕ້ອງຜ່ານຜ່າຄວາມຫຍຸ້ງຍາກ, ລຳບາກ ແລະອັນຕະລາຍນັບບໍ່ຖ້ວນ, ໂດຍສະເພາະແມ່ນກຳລັງຕົ້ນຕໍຂອງຫວຽດນາມຖືກຈຳກັດດ້ານອາວຸດຍຸດໂທປະກອນ; ເສັ້ນທາງເຄື່ອນທີ່ແມ່ນຢູ່ໄກ, ພູສັນຖານເປັນພູຜາປ່າໄມ້ອັນຕະລາຍ, ທຸລະກັນດານທີ່ສຸດ, ຮັບປະກັນດ້ານພະລາທິການ ແລະເຕັກໂນໂລຢີໃຫ້ບັ້ນຮົບໃຫຍ່ ແລະຫຼາຍມື້ແມ່ນສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ. ເຖິງຢ່າງໃດກໍ່ຕາມ, ດ້ວຍຈິດໃຈ “ທັງໝົດແມ່ນເພື່ອແນວໜ້າ, ທັງໝົດແມ່ນເພື່ອໄຊຊະນະ”, ພາຍໃຕ້ການນຳພາຂອງພັກ, ກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດບວກກັບການສະໜັບສະໜູນຂອງເພື່ອນມິດສາກົນໄດ້ຮັບການເສີມຂະຫຍາຍສູງສຸດ. ທົ່ວປະເທດເປັນເອກະພາບ, ເປັນຈິດໜຶ່ງໃຈດຽວກັນ, ໂຮມກຳລັງຄົນ, ຊັບສິນ, ວັດຖຸສິ່ງຂອງ; ນັກຮົບດ້ຽນບຽນ ສູ້ຮົບດ້ວຍຈິດໃຈກ້າຫານ, ກຽມພ້ອມເສຍສະຫຼະ; ກອງບັນຊາການສະໜາມຮົບ, ພິເສດແມ່ນພົນເອກ ຫວໍງວຽນຢາບ ແລະບັນດານາຍພົນ, ພະນັກງານບັນດາກົມກອງໄດ້ຊີ້ນຳຢ່າງຄ່ອງແຄ້ວ, ສະຫຼາດຫຼັກແຫຼມ, ມີຫົວຄິດປະດິດສ້າງ… ສ້າງເປັນກ້ອນກໍາລັງແຮງສາມາດສ້າງໄຊຊະນະທີ່ມີຊື່ສຽງໂດ່ງດັງ.

ໄຊຊະນະ ດ້ຽນບຽນຝູ ແມ່ນສັນຍາລັກລັດທິວິລະຊົນປະຕິວັດ, ສະແດງໃຫ້ເຫັນຄວາມສະຫຼາດຫຼັກແຫຼມ, ກ້າຫານ, ກໍາລັງແຮງຂອງຊາວຫວຽດນາມ ໃນສະໄໝໂຮ່ຈີມິນ. ສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາດເພື່ອໃຫ້ທົ່ວພັກ, ທົ່ວປວງຊົນ, ກອງທັບສະແດງຄວາມຮູ້ບຸນຄຸນ, ອາໄລຫາພໍ່ແມ່ປະຊາຊົນ, ເພື່ອນມິດສະຫາຍ, ພະນັກງານ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ; ຂອບໃຈການຊ່ວຍເຫຼືອອັນຍິ່ງໃຫຍ່, ດ້ວຍຄວາມຈິງໃຈ ແລະສຸດອົກສຸດໃຈຂອງເພື່ອນມິດສາກົນ. ພ້ອມກັນນັ້ນ, ແມ່ນສືບຕໍ່ເສີມຂະຫຍາຍນ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈຂອງຊາດ; ເພີ່ມທະວີສ້າງກຸ່ມກ້ອນມະຫາສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາຂອງທົ່ວປວງຊົນ; ປຸກລຸກຄວາມຄາດຫວັງຢາກມີສັນຕິພາບ, ສົມທົບກຳລັງແຮງຂອງຊາດກັບກຳລັງແຮງແຫ່ງການພັດທະນາປະເທດ; ສຶກສາອົບຮົມຊາວຫວຽດນາມ ລຸ້ນຕ່າງໆເພື່ອເສີມຂະຫຍາຍມູນເຊື້ອວິລະຊົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.

ໄຊຊະນະປະຫວັດສາດ ດ້ຽນບຽນຝູ ໄດ້ໄວ້ໃຫ້ຫຼາຍບົດຮຽນທີ່ມີຄ່າ ແລະເລິກເຊິ່ງທັງທາງດ້ານທິດສະດີ ແລະພຶດຕິກໍາ ຕົວຈິງໃຫ້ມວນມະນຸດ, ຍັງຄົງຄຸນຄ່າໄວ້ເໝືອນ.

ກ່ອນອື່ນໝົດ, ນັ້ນແມ່ນບົດຮຽນກ່ຽວກັບການນຳພາ, ຊີ້ນຳຍຸດທະສາດທີ່ຖືກຕ້ອງ ແລະມີຫົວຄິດປະດິດສ້າງຂອງພັກ, ຄະນະພັກການທະຫານສູນກາງ ແລະກອງບັນຊາການສູງສຸດ, ໂດຍກົງແມ່ນມີຄວາມກັ່ງກ້າຍຸດທະສາດ ການທະຫານຂອງຜູ້ບັນຊາການບັ້ນຮົບ, ນາຍພົນ, ພະນັກງານໃນສະໜາມຮົບ.

ນັ້ນແມ່ນບົດຮຽນກ່ຽວກັບວຽກງານພັກ ແລະວຽກງານການເມືອງໃນການເສີມຂະຫຍາຍຄຸນທາດ, ສະຕິປັນຍາ ແລະລັດທິວິລະຊົນປະຕິວັດຫວຽດນາມ; ເຊີດຊູນ້ຳໃຈສາມັກຄີທົ່ວປວງຊົນທັງຊາດ, “ທະຫານ ແລະປະຊາຊົນມີ ເຈດຈຳນົງດຽວ”, ພ້ອມແລ້ວທີ່ເສຍສະຫຼະທຸກຢ່າງ, “ບໍ່ມີສິ່ງໃດມີຄ່າກວ່າເອກະລາດ ແລະເສລີພາບ” - ຕັດສິນໃຈຕໍ່ສູ້ຢ່າງເດັດດ່ຽວ ແລະຮູ້ວິທີຕີເອົາໄຊຊະ!

ນັ້ນແມ່ນບົດຮຽນກ່ຽວກັບການສົມທົບກຳລັງແຮງຂອງຊົນຊາດກັບກຳລັງແຮງຂອງຍຸກສະໄໝ. ບົດຮຽນກ່ຽວກັບການຕີລາຄາສະພາບການຢ່າງຖືກຕ້ອງ ແລະສວຍໃຊ້ໂອກາດເພື່ອເປີດບັ້ນຮົບແມ່ນມີຄວາມໝາຍຕັດສິນ. ບົດຮຽນໃນການນຳໃຊ້ສິ່ງທີ່ເປັນເອກະລັກ, ມີຫົວຄິດປະດິດສ້າງຂອງສິລະປະການທະຫານຂອງຫວຽດນາມ, ການປ່ຽນແປງໃໝ່ວິທີຕໍ່ສູ້ຢ່າງມີໄຫວພິບ, ຫັນສິ່ງທີ່ອ່ອນແອເປັນສິ່ງທີ່ແຂງແຮງ, ເຮັດໃຫ້ສັດຕູຈາກບ່ອນທີ່ແຂງແຮງເປັນບ່ອນທີ່ອ່ອນແອ;...

ນັ້ນແມ່ນບົດຮຽນຫຼາຍຢ່າງໃນການຈັດຕັ້ງການນຳໃຊ້ກຳລັງຢ່າງຄ່ອງແຄ້ວ ແລະມີປະສິດທິຜົນ; ເສີມຂະຫຍາຍທຸກແຫຼ່ງກຳລັງໃຫ້ໄດ້ຢ່າງສຸດຂີດ ເພື່ອຮັບປະກັນພະລາທິການ, ເຕັກນິກ ແລະທຸກດ້ານໃຫ້ແກ່ບັ້ນຮົບເວົ້າລວມ ແລະສົງຄາມເວົ້າສະເພາະ; ກໍ່ສ້າງກຳລັງປະກອບອາວຸດໃຫ້ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ໂດຍສະເພາະແມ່ນກອງທັບປະຊາຊົນຫວຽດນາມ ໃຫ້ໝັ້ນຄົງເຂັ້ມແຂງ, ເປັນແກ່ນສານໃນສົງຄາມປະຊາຊົນປົກປັກຮັກສາປະເທດຊາດ...

ຫວຽດນາມ ພວມຍູ້ແຮງກິດຈະການປ່ຽນແປງໃໝ່, ປະຕິບັດ 2 ໜ້າທີ່ຍຸດທະສາດ ນັ້ນແມ່ນສ້າງສາ ແລະປົກປັກຮັກສາປະເທດຊາດໃນສະພາບທີ່ມີຂໍ້ສະດວກ, ມີກາລະໂອກາດ, ແຕ່ກໍ່ຍັງມີຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍຢ່າງ. ເພື່ອປະຕິບັດສຳເລັດເປົ້າໝາຍທີ່ພັກໄດ້ກຳນົດໄວ້, ນ້ຳໃຈສາມັກຄີ, ນ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈຂອງຊາດ, ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລຳບາກ, ການເສຍສະຫຼະຊີວິດ, ສູ້ຊົນຈົນສຸດຄວາມສາມາດຂອງຕົນເພື່ອຜົນປະໂຫຍດລວມຄືໃນບັ້ນຮົບດ້ຽນບຽນຝູ ໃນເມື່ອກ່ອນຕ້ອງໄດ້ທະວີຄູນຂຶ້ນ. ພັກມີແນວທາງທີ່ຖືກຕ້ອງ, ທຸກອົງການຈັດຕັ້ງ, ບຸກຄົນຕ້ອງປະຕິບັດຢ່າງເຂັ້ມງວດ, ມານະພະຍາຍາມປະຕິບັດ; ເສີມຂະຫຍາຍຈິດໃຈເປັນເຈົ້າການ, ຄ່ອງແຄ້ວ, ມີຫົວຄິດປະດິດສ້າງ ແຕ່ຕ້ອງຮັບປະກັນປະຕິບັດເປົ້າໝາຍໃຫ້ມີໄຊ, ເຮັດໄດ້ຄືແນວນັ້ນ ຈຶ່ງສ້າງການພັດທະນາແບບຍືນຍົງໄດ້.

ພ້ອມກັບທົ່ວປະເທດ, ກຳລັງປະກອບອາວຸດ, ໂດຍສະເພາະແມ່ນກອງທັບປະຊາຊົນຫວຽດນາມ ຍິ່ງຕ້ອງເສີມຂະຫຍາຍຄຸນທາດ, ມູນເຊື້ອວິລະຊົນປະຕິວັດ; ນຳໃຊ້ບົດຮຽນໃນບັ້ນຮົບ ດ້ຽນບຽນຝູ ເຂົ້າໃນການກໍ່ສ້າງ, ຈັດຕັ້ງກຳລັງ, ປະຕິບັດວຽກງານແນວຄິດຢ່າງມີຫົວຄິດປະດິດສ້າງ ແລະມີປະສິດທິຜົນ; ເພີ່ມທະວີການຝຶກຊ້ອມ, ກຽມພ້ອມສູ້ຮົບ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໜ້າທີ່ໃນສະພາບການໃໝ່, ຮັບປະກັນກຳລັງແຮງເພື່ອຍາດໄດ້ໄຊຊະນະໃນທຸກກໍລະນີ.

ກ່ອນອື່ນໝົດ, ທົ່ວກອງທັບຕ້ອງເສີມຂະຫຍາຍນ້ຳໃຈ, ເຈດຈຳນົງຂອງນັກຮົບ ດ້ຽນບຽນ ໃນການບຳລຸງກໍ່ສ້າງພະນັກງານ, ຝຶກແອບທະຫານ, ສ້າງກອງທັບໃຫ້ຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງ,  ປະຕິບັດໜ້າທີ່ໃຫ້ສໍາເລັດ, ເປັນກອງທັບປະຕິວັດ, ເປັນແກ່ນສານໃນພາລະກິດປົກປັກຮັກສາປະເທດຊາດຢ່າງແທ້ຈິງ, ພ້ອມທັງຕັ້ງໜ້າເຂົ້າຮ່ວມການສ້າງສາປະເທດຊາດໃຫ້ຮັ່ງມີ, ເຂັ້ມແຂງ, ສີວິໄລ. ນັບແຕ່ນາຍພົນຈົນຮອດພົນທະຫານແຕ່ລະຄົນ, ຕ້ອງຫັນຄວາມເອກອ້າງທະນົງໃຈເປັນກຳລັງຜັກດັນ, ສ້າງກຳລັງແຮງໃໝ່ໃຫ້ແກ່ກົມກອງ ແລະທົ່ວກອງທັບ, ສ້າງຜົນງານເພື່ອແນໃສ່ສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະ 35 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ, ສົມກັບມູນເຊື້ອກອງທັບວິລະຊົນຂອງຊາດຫວຽດນາມ ວິລະຊົນ.

ໂດຍ: ໄຊນີດາ