ໂດຍຕີລາຄາສູງຕໍ່ເລື່ອງທ່ານລັດຖະມົນຕີກະຊວງກອງທັບຝລັ່ງ ໄດ້ຮັບຄຳເຊີນເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຖືວ່າ ການຢ້ຽມຢາມຂອງທ່ານລັດຖະມົນຕີ ມີຄວາມໝາຍສຳຄັນປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ຝລັ່ງ.

ທ່ານນາຍົກລັດຖະມົນຕີ ຫວັງວ່າ ສອງຝ່າຍຈະສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ, ກະກຽມໃຫ້ແກ່ການຢ້ຽມຢາມຫວຽດນາມ ທີ່ຈະມາເຖິງຂອງທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ໃຫ້ເປັນຢ່າງດີ; ກໍ່ຄືຊຸກຍູ້ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຢ່າງແຂງແຮງ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ຝ່າຍ ຝລັ່ງ ສະໜັບສະໜູນ, ຊຸກຍູ້ບັນດາປະເທດ ອີຢູ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນຫວຽດນາມ-ອີຢູ (EVIPA) ແລະຄະນະກຳມະການເອີລົບ (EC) ຍົກເລິກບັດເຫຼືອງສຳລັບສິນໃນນ້ຳສົ່ງອອກຂອງຫວຽດນາມ ໂດຍໄວ ບົນພື້ນຖານຮັບຮູ້ຄວາມມານະພະຍາຍາມຂອງຫວຽດນາມ ໃນການຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມຂໍ້ກຳນົດ (IUU).

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Sébastien Lecornu ລັດຖະມົນຕີກະຊວງກອງທັບຝລັ່ງ. ພາບ: ເຍິ້ດບັ໊ກ

ສ່ວນທ່ານລັດຖະມົນຕີ Sébastien Lecornu ເນັ້ນໜັກວ່າ ຝ່າຍ ຝລັ່ງ ຖືເປັນສຳຄັນການພົວພັນກັບຫວຽດນາມ; ຢັ້ງຢືນວ່າ ສອງຝ່າຍຈະມີການຮ່ວມມືທີ່ດີງາມກວ່າໃນອະນາຄົດບົນພື້ນຖານເຄົາລົບນັບຖືເຊິ່ງກັນ ແລະກັນ ແລະເຄົາລົບກົດໝາຍສາກົນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານລັດຖະມົນຕີກະຊວງກອງທັບຝລັ່ງ ກໍ່ແລກປ່ຽນກ່ຽວກັບບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ໃນນັ້ນກ່ຽວກັບບັນຫາຢູ່ທະເລ, ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມເສລີໃນການເດີນທະເລ, ການບິນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ.

ໂດຍ: ເຈິ່ນຮວ່ຽນ