ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານ Zhang Qingwei ເຫັນດີເປັນເອກະພາບຖືວ່າ ການພົວພັນລະຫວ່າງສອງພັກ, ສອງລັດໃນໄລຍະຜ່ານມາໄດ້ມີບາດກ້າວພັດທະນາຢ່າງຕັ້ງໜ້າ, ພິເສດແມ່ນພາຍຫຼັງການຢ້ຽມຢາມກັນຂອງສອງສະຫາຍເລຂາທິການໃຫຍ່. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢັ້ງຢືນວ່າ ພັກ, ລັດຫວຽດນາມ ຍາມໃດກໍ່ຖືການພັດທະນາການພົວພັນມິດຕະພາບກັບ ຈີນ ແມ່ນການເລືອກເຟັ້ນຍຸດທະສາດ, ບຸລິມະສິດແຖວໜ້າໃນແນວທາງພົວພັນຕ່າງປະເທດຂອງຫວຽດນາມ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະເໜີໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ເພີ່ມທະວີການພົບປະຂັ້ນສູງ ແລະທຸກຂັ້ນ; ຍູ້ແຮງການເຊື່ອມຕໍ່ຍຸດທະສາດ, ສ້າງກຳລັງໜູນການເຕີບໂຕໃໝ່ໃຫ້ແກ່ການຮ່ວມມືລະຫວ່າງສອງປະເທດ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕ້ອນຮັບທ່ານ Zhang Qingwei ຮອງປະທານຄະນະປະຈຳສະພາແຫ່ງຊາດ ຈີນ. ພາບ: ສຳນັກຂ່າວສານຫວຽດນາມ.

ໃນນັ້ນບຸລິມະສິດແກ່ການເຊື່ອມຕໍ່ຄົມມະນາຄົມທາງບົກ, ທາງລົດໄຟຢູ່ບັນດາແຂວງຕິດກັບຊາຍແດນ, ນຳໃຊ້ທົດລອງດ່ານຊາຍແດນອັດສະລິຍະ; ຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ກັບບັນດາຍຸດທະສາດພັດທະນາເຂດຂອງ ຈີນ; ຮ່ວມມືພັດທະນາໃນຂົງເຂດຫາກໍ່ພົ້ນເດັ່ນ, ຄື: ພັດທະນາສີຂຽວ, ເສດຖະກິດດີຈີຕອນ; ເພີ່ມທະວີການຮ່ວມມືທ່ອງທ່ຽວ, ການພົບປະແລກປ່ຽນມະນຸດຊາດ; ມານະພະຍາຍາມຄວບຄຸມ ແລະແກ້ໄຂຄວາມບໍ່ລົງລອຍກັນ ແລະບັນຫາຍັງຄົງຂ້າງໃຫ້ດີກວ່າ, ເພື່ອປັບປຸງພື້ນຖານສັງຄົມຂອງການພົວພັນສອງຝ່າຍ, ສ້າງຄວາມເຫັນດີເຫັນພ້ອມໃນໝູ່ປະຊາຊົນກ່ຽວກັບການພັດທະນາສາຍພົວພັນມິດຕະພາບລະຫວ່າງສອງປະເທດ.

ທ່ານ Zhang Qingwei ຢັ້ງຢືນວ່າ ຈີນ ຖືເປັນສຳຄັນການພັດທະນາການພົວພັນກັບ ຫວຽດນາມ, ຍາມໃດກໍ່ຖືວ່ານີ້ແມ່ນທິດທາງບຸລິມະສິດໃນນະໂຍບາຍພົວພັນຕ່າງປະເທດກັບປະເທດບ້ານໃກ້ເຮືອຄຽງຂອງ ຈີນ; ພ້ອມແລ້ວທີ່ຈະຊຸກຍູ້ການແລກປ່ຽນຂັ້ນສູງ, ເພີ່ມທະວີການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມລະຫວ່າງ ຈີນ ແລະຫວຽດນາມ; ເປີດກວ້າງການນຳເຂົ້າສິນຄ້າ, ຜະລິດຕະພັນກະເສດຈາກຫວຽດນາມ; ຍູ້ແຮງຄວາມຄືບໜ້າແກ້ໄຂບັນຫາທີ່ຍັງຄົງຂ້າງຢູ່ບາງໂຄງການຮ່ວມມື; ສະເໜີສອງຝ່າຍສຸມໃສ່ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດ ຈີນ ກັບສະພາແຫ່ງຊາດ ຫວຽດນາມ ທີ່ລົງນາມໃນເດືອນເມສາ 2024 ຜ່ານມາ, ເຮັດໃຫ້ການພົບປະແລກປ່ຽນມິດຕະພາບ ແລະການຮ່ວມມືແທດຈິງລະຫວ່າງອົງການນິຕິບັນຍັດສອງປະເທດເລິກເຊິ່ງກວ່າອີກ, ຜ່ານນັ້ນປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ປະຊາຄົມແບ່ງປັນອະນາຄົດຫວຽດນາມ-ຈີນ ໃຫ້ມີຄວາມໝາຍຍຸດທະສາດພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງກວ່າອີກໃນໄລຍະຈະມາເຖິງ.

ໂດຍ: ແສງເດືອນ