leftcenterrightdel
ທ່ານ ໂດ໋ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ທີ່ກອງປະຊຸມຂ່າວ. ພາບ: cand.com.vn

ຮອດຈຸດເວລານີ້, ທຸກວຽກງານກະກຽມໃຫ້ແກ່ການເຈລະຈາໄດ້ສຳເລັດແລ້ວ. ທ່ານຮອງລັດຖະມົນຕີ ໂດ໋ຮຸ່ງຫວຽດ ໃຫ້ຮູ້ວ່າ: “ວິວັດການສ້າງບົດລາຍງານໄດ້ຕິດພັນກັບວິວັດການເຂົ້າຮ່ວມຂອງສະພາສິດທິມະນຸດ, ຕິດພັນກັບທິດນຳທີ່ໄດ້ວາງອອກ, ນັ້ນແມ່ນຮັບປະກັນຄວາມເຄົາລົບ, ຄວາມເຂົ້າອົກເຂົ້າໃຈ, ການເຈລະຈາຮ່ວມມື, ຮັບປະກັນສິດທິມະນຸດໃຫ້ແກ່ທຸກໆຄົນ. ໃນວິວັດການກະກຽມບົດລາຍງານ, ບັນດາຂໍ້ສະເໜີແນະເໝາະສົມທີ່ສຸດກັບບຸລິມະສິດເຊິ່ງພວກຂ້າພະເຈົ້າພວມຊຸກຍູ້, ໃຫ້ຄຳໝັ້ນສັນຍາຢູ່ສະພາສິດທິມະນຸດກ່ຽວກັບເນື້ອໃນ, ຄື: ສິດທິມະນຸດໃນການປ່ຽນແປງຂອງດິນຟ້າອາກາດ, ສິດທິຂອງຄົນພິການ, ຕ້ານການຈຳແນກການປະພຶດ… ພວກຂ້າພະເຈົ້າກໍ່ພວມຊຸກຍູ້ບາງຂໍ້ລິເລີ່ມຢູ່ສະພາສິດທິມະນຸດ, ພວກຂ້າພະເຈົ້າຈະສືບຕໍ່ມານະພະຍາຍາມເພື່ອເພີ່ມການເຂົ້າຮ່ວມປະກອບສ່ວນຂອງຕົນໃນສະພາສິດທິມະນຸດໃນໄລຍະຈະມາເຖິງ”.

ທີ່ການເຈລະຈາ, ຄະນະຜູ້ແທນຫວຽດນາມ ຈະເວົ້າໂດຍຫຍໍ້ກ່ຽວກັບການຮັບປະກັນສິດທິມະນຸດຢູ່ຫວຽດນາມ ນັບແຕ່ການກວດກາຄືນປະຈຳໄລຍະ UPR, ອັບເດດກອບນະໂຍບາຍ ແລະກົດໝາຍທີ່ກ່ຽວຂ້ອງເຖິງສິດທິມະນຸດ, ແຈ້ງໃຫ້ຊາບກ່ຽວກັບຜົນງານການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນສິດທິມະນຸດຢູ່ຫວຽດນາມ. ຫວຽດນາມ ພ້ອມແລ້ວທີ່ຈະເຈລະຈາກັບບັນດາປະເທດບົນເນື້ອໃນຈິດໃຈຮ່ວມມື, ສະເໝີພາບ ແລະສ້າງສັນ.

ໂດຍ: ເຈິ່ນຮວ່ຽນ