ທ່ານລັດຖະມົນຕີ ບຸ່ຍແທງເຊີນ ຕີລາຄາວ່າ: ໃນໄລຍະປະຕິບັດໜ້າທີ່ການທູດຂອງທ່ານ Yamada Takio, ການພົວພັນຫວຽດນາມ - ຍີ່ປຸ່ນ ໄດ້ພັດທະນາຢ່າງດີງາມໃນທຸກຂົງເຂດ; ຮັບຮູ້ ແລະຕີລາຄາສູງນໍ້າໃຈພ້ອມກັບຄວາມມານະພະຍາຍາມ ແລະການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ Yamada Takio ເຂົ້າໃນການເພີ່ມທະວີການພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດ; ສະເໜີໃຫ້ທ່ານເອກອັກຄະລັດຖະທູດ Yamada Takio ໃນໄລຍະຈະມາເຖິງສືບຕໍ່ໝູນໃຊ້ບັນດາບົດຮຽນປະສົບການ, ຄວາມຮູ້ ແລະນໍ້າໃຈທີ່ມີຕໍ່ຫວຽດນາມ ເພື່ອປະກອບສ່ວນເຂົ້າໃນການພົວພັນລະຫວ່າງສອງປະເທດ.

leftcenterrightdel
ທ່ານລັດຖະມົນຕີ ບຸ່ຍແທງເຊີນ ປະດັບຫຼຽນກາລະນຶກ “ເພື່ອພາລະກິດການທູດຫວຽດນາມ” ໃຫ້ທ່ານເອກອັກຄະລັດຖະທູດ Yamada Takio. ພາບ: ກະຊວງການຕ່າງປະເທດ

ທ່ານເອກອັກຄະລັດຖະທູດ Yamada Takio ໄດ້ແບ່ງປັນຄວາມເອກອ້າງທະນົງໃຈເມື່ອໄດ້ປະກອບເຫື່ອແຮງນໍາການພົວພັນລະຫວ່າງສອງປະເທດໃຫ້ພັດທະນາຢ່າງແຂງແຮງ ແລະບັນລຸໄດ້ຜົນງານດີເດັ່ນຫຼາຍຢ່າງ; ຢືນຢັນວ່າ ຫວຽດນາມ ໄດ້ກາຍເປັນຄູ່ຮ່ວມມືສຳຄັນ ແລະ ໄວ້ເນື້ອເຊື່ອໃຈແຖວໜ້າຂອງຍີ່ປຸ່ນ ຢູ່ພາກພື້ນກ່ຽວກັບດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດ, ການຮ່ວມມືດ້ານຊັບພະຍາກອນມະນຸດ...; ທ່ານໃຫ້ຮູ້ວ່າ, ພາຍຫຼັງກັບຄືນເມືອປະເທດ, ບໍ່ວ່າໃນຖານະຕຳແໜ່ງໃດ, ທ່ານກໍ່ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພັດທະນາການພົວພັນຮ່ວມມິດຕະພາບອັນດີງາມລະຫວ່າງສອງປະເທດ.

ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ ບຸ່ຍແທງເຊີນ ໄດ້ປະດັບຫຼຽນກາລະນຶກ “ເພື່ອພາລະກິດການທູດຫວຽດນາມ” ໃຫ້ທ່ານເອກອັກຄະລັດຖະທູດ Yamada Takio ເພື່ອຮັບຮູ້ການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ໃນການພົວພັນທາງການທູດຂອງສອງປະເທດ.

ໂດຍ: ທະນາພອນ