ຕອນບ່າຍວັນທີ 6 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ເລຮວ່າຍຈູງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໄດ້ຕ້ອນຮັບທ່ານລັດຖະມົນຕີກະຊວງກອງທັບຝລັ່ງ Sébastien Lecornu ທີ່ພວມຢ້ຽມຢາມຫວຽດນາມ ແລະເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ.

leftcenterrightdel
ທ່ານ ເລຮວ່າຍຈູງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ຕ້ອນຮັບທ່ານລັດຖະມົນຕີກະຊວງກອງທັບຝລັ່ງ Sébastien Lecornu. ພາບ: qdnd.vn

ທ່ານ ເລຮວ່າຍຈູງ ຢັ້ງຢືນວ່າ: ພັກ, ລັດ ຫວຽດນາມ ຍາມໃດກໍ່ຖືການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ຝລັ່ງ ເປັນສຳຄັນ. ທ່ານ ເລຮວ່າຍຈູງ ເນັ້ນໜັກວ່າ: ຫວຽດນາມ ຕີລາຄາສູງບົດບາດ, ການປະກອບສ່ວນຂອງຝລັ່ງ ເຂົ້າໃນການຮັກສາສັນຕິພາບ, ການຮ່ວມມື ແລະການພັດທະນາຢູ່ ເອີລົບ ແລະໃນໂລກ.

ສ່ວນທ່ານລັດຖະມົນຕີ Sébastien Lecornu ຢັ້ງຢືນວ່າ: ຝລັ່ງ ຍາມໃດກໍ່ຖືການປັບປຸງ, ເຮັດໃຫ້ການພົວພັນກັບຫວຽດນາມ ເລິກເຊິ່ງຂຶ້ນຕື່ມ. ທ່ານລັດຖະມົນຕີ Sébastien Lecornu ຖືວ່າ ການຢ້ຽມຢາມຫວຽດນາມ ຂອງທ່ານໃນຄັ້ງນີ້ ແມ່ນສັນຍາລັກແຫ່ງນ້ຳໃຈມິດຕະພາບ ແລະຄວາມຕັດສິນໃຈພ້ອມກັນຮ່ວມມືເພື່ອການພັດທະນາຂອງສອງປະເທດ ແລະຜົນປະໂຫຍດຂອງປະຊາຊົນສອງປະເທດ.

ໃນຂອບເຂດການຕ້ອນຮັບ, ສອງຝ່າຍກໍ່ໄດ້ແບ່ງປັນທັດສະນະກ່ຽວກັບບາງບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ໂດຍ: ທະນາະພອນ