“ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະໃຫ້ບຸລິມະສິດແຖວໜ້າຕໍ່ການພົວພັນບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະຍືນຍົງຍາວນານກັບກຳປູເຈຍ ໃນນະໂຍບາຍການຕ່າງປະເທດຂອງຕົນ ແລະປາດຖະໜາຢາກໃຫ້ການພົວພັນລະຫວ່າງສອງປະເທດນັບມື້ພັດທະນາເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ. ການນຳສອງພັກ, ສອງລັດ ໄດ້ຢືນຢັນວ່າ ມູນເຊື້ອປະຫວັດສາດການພົວພັນສາມັກຄີ, ສະໜິດຕິດພັນລະຫວ່າງຫວຽດນາມ ແລະກຳປູເຈຍ ແມ່ນປັດໄຈສຳຄັນຍິ່ງ, ແມ່ນກຳລັງແຮງອັນໃຫຍ່ຫຼວງຕໍ່ພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາເອກະລາດໃນເມື່ອກ່ອນ ກໍ່ຄືກິດຈະການສ້າງສາ ແລະພັດທະນາຂອງແຕ່ລະປະເທດໃນປັດຈຸບັນ. ຫວຽດນາມ ຍາມໃດກໍ່ສະໜັບສະໜູນ, ປິຕິຊົມຊື່ນ ແລະຕີລາຄາສູງຕໍ່ຜົນງານທີ່ກຳປູເຈຍ ບັນລຸໄດ້ໃນໄລຍະຜ່ານມາ. ກ່ຽວກັບໂຄງການກໍ່ສ້າງຄອງນໍ້າ Funan Techo, ຫວຽດນາມ ມີຄວາມສົນໃຈ ແລະເຄົາລົບຜົນປະໂຫຍດອັນຊອບທຳຂອງກຳປູເຈຍ ຕາມເນື້ອໃນຈິດໃຈຂອງສັນຍາແມ່ນ້ຳຂອງປີ 1995, ສອດຄ່ອງກັບຂໍ້ກຳນົດທີ່ກ່ຽວຂ້ອງຂອງຄະນະກຳມະການແມ່ນ້ຳຂອງ ແລະການພົວພັນບ້ານໃກ້ເຮືອນຄຽງມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ.

leftcenterrightdel
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ກະຊວງການຕ່າງປະເທດ

ພວມຂ້າພະເຈົ້າ ຫວັງວ່າ ກຳປູເຈຍ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຫວຽດນາມ ແລະປະເທດອື່ນໆໃນຄະນະກຳມະການແມ່ນ້ຳຂອງ ເພື່ອແບ່ງປັນຂໍ້ມູນຂ່າວສານ, ຕີລາຄາຜົນກະທົບຂອງໂຄງການນີ້ຕໍ່ແຫຼ່ງນ້ຳ, ຊັບພະຍາກອນນ້ຳ ແລະສະພາບແວດລ້ອມນິເວດຂອງອະນຸພາກພື້ນແມ່ນ້ຳຂອງຢ່າງຄົບຖ້ວນພ້ອມກັບບັນດາມາດຕະການຄຸ້ມຄອງທີ່ເໝາະສົມເພື່ອແນໃສ່ຮັບປະກັນຜົນປະໂຫຍດທີ່ກົມກຽວຂອງບັນດາປະເທດແຄມແມ່ນ້ຳຂອງ, ຄຸ້ມຄອງ, ນຳໃຊ້ແຫຼ່ງນ້ຳ ແລະຊັບພະຍາກອນນ້ຳຢູ່ແມ່ນ້ຳຂອງຢ່າງມີປະສິດທິຜົນ ແລະຍືນຍົງ, ເພື່ອການພັດທະນາຫຼົ້ົ້ງແມ່ນ້ຳ, ຄວາມສາມັກຄີ, ຄວາມສະໜິດຕິດພັນລະຫວ່າງບັນດາປະເທດແຄມແມ່ນໍ້າຂອງແບບຍືນຍົງ  ແລະເພື່ອອະນາຄົດຂອງຄົນລຸ້ນຫຼັງ”.

ໂດຍ: ທະນາພອນ