ວັນທີ 7 ພຶດສະພາ, ຢູ່ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ, ສະຖານທູດ ຫວຽດນາມ ປະຈຳ ລັດເຊຍ ໄດ້ສົມທົບກັບສະມາຄົມວັນນະຄະດີສິລະປະຫວຽດນາມ ປະຈຳລັດເຊຍ ໄດ້ຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ຂຶ້ນຢ່າງສົມກຽດ.

leftcenterrightdel
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລັດເຊຍ ດັ້ງມິງຄອຍ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ເຫດການ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລັດເຊຍ ດັ້ງມິງຄອຍ, ຢືນຢັນວ່າ, ໄຊຊະນະດ້ຽນບຽນຝູ ແມ່ນໜຶ່ງໃນບັນດາເຫດການສຳຄັນຍິ່ງ ບໍ່ພຽງແຕ່ສຳລັບການປະຕິວັດຂອງ ຫວຽດນາມ ເທົ່ານັ້ນ, ຫາກຍັງສຳລັບຂະບວນການບົດປ່ອຍຊາດໃນທົ່ວໂລກອີກດ້ວຍ, ປະກອບສ່ວນປຸກລຸກ ແລະລະດົມກຳລັງໃຈບັນດາປະຊາຊາດທີ່ຖືກກົດຂີ່ຂູດຮີດໃນທົ່ວໂລກລູກຮື້ຂຶ້ນຕໍ່ສູ້ຍາດເອົາເອກະລາດ, ເສລີພາບ.

ສ່ວນທ່ານທີ່ປຶກສາທູດປ້ອງກັນຊາດ ຫວຽດນາມ ປະຈຳ ລັດເຊຍ ເວືອງດັກທັງ ຊີ້ແຈ້ງວ່າ, ຫວຽດນາມ ຍາດໄດ້ໄຊຊະນະໃນບັ້ນຮົບ ດ້ຽນບຽນຝູ ແມ່ນຍ້ອນການສົມທົບກັນຢ່າງກົມກຽວລະຫວ່າງກຳລັງແຮງຂອງຊາດ ແລະກຳລັງແຮງຂອງຍຸກສະໄໝ, ການໜູນຊ່ວຍອັນລ້ຳຄ່າຂອງປະຊາຊົນຜູ້ຮັກຫອມສັນຕິພາບໃນໂລກ.

ໂດຍ: ກວຽດເຕິມ