leftcenterrightdel
ທ່ານ ຫງວຽນຫງອກຮຸ່ງ ຮອງປະທານ VUFO ຕ້ອນຮັບທ່ານ Pallab Sengupta ປະທານສະພາສັນຕິພາບໂລກ. ພາບ: qdnd.vn

ທີ່ການຕ້ອນຮັບ, ທ່ານຮອງປະທານ VUFO ຫງວຽນຫງອກຮຸ່ງ ໄດ້ແຈ້ງໃຫ້ຊາບກ່ຽວກັບບາດກ້າວພັດທະນາຢ່າງແຮງຂອງຫວຽດນາມ ພາຍຫຼັງເກືອບ 40 ປີແຫ່ງການປ່ຽນແປງໃໝ່; ເນັ້ນໜັກເຖິງບົດບາດຂອງການທູດປະຊາຊົນ, ພ້ອມທັງປາດຖະໜາວ່າ ທ່ານປະທານ Pallab Sengupta ແລະບັນດາສະມາຊິກໃນສະພາສັນຕິພາບໂລກ ສືບຕໍ່ໜູນຊ່ວຍ VUFO ໃນບັນດາການເຄື່ອນໄຫວຊຸກຍູ້ສັນຕິພາບ ແລະມິດຕະພາບ.

ສ່ວນທ່ານ Pallab ຢືນຢັນວ່າ: ນ້ຳໃຈບໍ່ຍອມຈຳນົນຂອງປະຊາຊົນຫວຽດນາມ ໃນການຕໍ່ສູ້ອັນເປັນທໍາເພື່ອເອກະລາດແຫ່ງຊາດ ໄດ້ສ້າງແຮງບັນດານໃຈໃຫ້ປະຊາຊົນຜູ້ຮັກຫອມສັນຕິພາບໃນທົ່ວໂລກ. ທ່ານໃຫ້ຄຳໝັ້ນສັນຍາຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບ VUFO ໃນການຊຸກຍູ້ບັນດາຂໍ້ລິເລີ່ມ ແລະການເຄື່ອນໄຫວເພື່ອສັນຕິພາບ, ເພີ່ມທະວີຄວາມສາມັກຄີລະຫວ່າງປະຊາຊົນຫວຽດນາມ ແລະປະຊາຊົນບັນດາປະເທດໃນໂລກ.

ໂດຍ: ໄຊນີດາ