ນີ້ແມ່ນຄຳຢືນຢັນຂອງທ່ານ ຟ້າມຫວຽດຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ໄທ ທັງເປັນຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳ ຄະນະກຳມະການເສດຖະກິດ - ສັງຄົມອາຊີ - ປາຊີຟິກ (ESCAP), ທີ່ກອງປະຊຸມປະຈຳປີ  ESCAP ຄັ້ງທີ 80, ດຳເນີນໃນວັນທີ (25 ເມສາ), ທີ່ບາງກອກ, ປະເທດໄທ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: VOV

ກ່າວຄຳເຫັນທີ່ກອງປະຊຸມດ້ວຍຫົວຂໍ້ “ຕີລາຄາການຜັນຂະຫຍາຍປະຕິບັດໂຄງການດໍາເນີນງານ 2030 ເພື່ອການພັດທະນາແບບຍືນຍົງຢູ່ພາກພື້ນອາຊີ - ປາຊີຟິກ”, ທ່ານເອກອັກຄະລັດຖະທູດ ຟ້າມຫວຽດຮຸ່ງ ຢືນຢັນວ່າ: “ຫວຽດນາມ ເນັ້ນໜັກເຖິງຄຳໝັ້ນສັນຍາຢ່າງແຮງໃນການຊຸກຍູ້ການປະຕິບັດໂຄງການດໍາເນີນງານ 2030 ແລະບັນດາເປົ້າໝາຍພັດທະນາແບບຍືນຍົງໃຫ້ສຳເລັດຖືກຕ້ອງຕາມເວລາທີ່ໄດ້ກຳນົດ. ໃນຄວາມມານະພະຍາຍາມນັ້ນ, ພວກຂ້າພະເຈົ້າໄດ້ນຳໂຄງການດໍາເນີນງານ 2030 ເຂົ້າໃນຍຸດທະສາດພັດທະນາປະເທດຊາດ; ຜັນຂະຫຍາຍບັນດານະໂຍບາຍກ່ຽວກັບການສຶກສາ, ສະຫວັດດີການສັງຄົມ, ລົບລ້າງຄວາມອຶດຫີວ, ຫຼຸດຜ່ອນຄວາມທຸກຍາກ... ຫວຽດນາມບັນລຸໄດ້ຄວາມຄືບໜ້າຕ່າງໆຢ່າງຈະແຈ້ງ, ພິເສດແມ່ນໃນການລົບລ້າງຄວາມທຸກຍາກ, ຮັບປະກັນນໍ້າສະອາດ ແລະອະນາໄມ, ເຂົ້າເຖິງການສຶກສາຄຸນນະພາບສູງ, ຮັບປະກັນດ້ານການແພດ, ສ້າງວຽກເຮັດງານທໍາ ແລະຂະຫຍາຍລະບົບສະຫວັດດີການສັງຄົມ, ຫັນເປັນອຸດສາຫະກໍາ, ປ່ຽນແປງໃໝ່ ແລະສ້າງພື້ນຖານໂຄງລ່າງ, ສ້າງສັນຕິພາບ, ຄວາມຍຸຕິທໍາ ແລະປັບປຸງລະບອບລະບຽບການໃຫ້ສົມບູນແບບ”.

leftcenterrightdel
ທ່ານ ຟ້າມຫວຽດຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ທັງເປັນຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ESCAP. ພາບ: VOV

ທ່ານ ຟ້າມຫວຽດຮຸ່ງ ເນັ້ນໜັກວ່າເພື່ອສືບຕໍ່ພັດທະນາ, ຟື້ນຟູສີຂຽວ ແລະຍືນຍົງໃນໄລຍະຈະມາເຖິງ, ຕ້ອງນຳໃຊ້ວິທີເຂົ້າເຖິງຖືປະຊາຊົນເປັນໃຈກາງ, ໂດຍມີການເຂົ້າຮ່ວມຂອງບັນດາຝ່າຍທີ່ກ່ຽວຂ້ອງ. ນອກຈາກນັ້ນ, ບັນດາປະເທດ ແລະເຂດແຄວ້ນຕ້ອງໃຫ້ບຸລິມະສິດແກ່ການລົງທຶນເຂົ້າຊັບພະຍາກອນ, ວິທະຍາສາດ, ເຕັກໂນໂລຊີ, ປ່ຽນແປງໃໝ່ ແລະພື້ນຖານໂຄງລ່າງ ເພື່ອເປັນເຄື່ອງມືປະຕິບັດເປົ້າໝາຍພັດທະນາແບບຍືນຍົງ, ໃນນັ້ນເສີມຂະຫຍາຍບົດບາດຂອງໄວໜຸ່ມ, ໂດຍສະເພາະແມ່ນຜ່ານການຫັນເປັນດີຈີຕອນ, ການປ່ຽນແປງໃໝ່ປະດິດສ້າງ ແລະເລີ່ມທຸລະກິດ.

ໂດຍ: ໄຊນີດາ