ທ່ານລັດຖະມົນຕີ Tim Ayres ແລະທ່ານນາງລັດຖະມົນຕີ Kamikawa Yoko ໄດ້ຕີລາຄາສູງບົດບາດ, ກໍ່ຄືການປະກອບສ່ວນ ແລະຄວາມມານະພະຍາຍາມຂອງຫວຽດນາມ ເມື່ອຮັບໜ້າທີ່ເປັນປະທານຮ່ວມໂຄງການອາຊີຕາເວັນອອກສ່ຽງໃຕ້ (SEARP) ຂອງ  OECD (2022-2025).

leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ພົບປະກັບທ່ານນາງ Yoko Kamikawa ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການພົບປະກັບທ່ານລັດຖະມົນຕີ Tim Ayres, ທ່ານລັດຖະມົນຕີ ບຸ່ຍແທງເຊີນ ສະເໜີໃຫ້ ສອງຝ່າຍສໍາເລັດການສ້າງໂຄງການດຳເນີນງານຜັນຂະຫຍາຍຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອົດສະຕາລີ, ສ້າງພື້ນຖານອັນໝັ້ນແກ່ນເພື່ອໃຫ້ສອງປະເທດສືບຕໍ່ເປີດກວ້າງ ແລະເຮັດໃຫ້ຂົງເຂດຕ່າງໆເລິກເຊິ່ງກວ່າອີກ. ທີ່ການພົບປະກັບທ່ານນາງລັດຖະມົນຕີ Kamikawa Yoko, ທ່ານລັດຖະມົນຕີ ບຸ່ຍແທງເຊີນ ສະເໜີໃຫ້ ຍີ່ປຸ່ນ ເອົາໃຈໃສ່ຍູ້ແຮງການລົງທຶນເຂົ້າຫວຽດນາມ ໃນບັນດາຂົງເຂດໃໝ່ຄື: ການຜະລິດທາດເຄິ່ງຊັກນຳໄຟຟ້າ, ໜູນຊ່ວຍຫວຽດນາມ ເຂົ້າຮ່ວມຕ່ອງໂສ້ການສະໜອງຂອງຍີ່ປຸ່ນ ໃນພາກພື້ນ. ທີ່ການພົບປະກັບທ່ານເລຂາທິການໃຫຍ່ OIF Louise Mushikiwabo, ທ່ານລັດຖະມົນຕີ ບຸ່ຍແທງເຊີນ ຢືນຢັນວ່າ ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງປະຊາຄົມຝຣັ່ງໂກໂຟນີ. ທ່ານເລຂາທິການໃຫຍ່ OIF ເນັ້ນໜັກວ່າ OIF ຖືເປັນສຳຄັນບົດບາດ ແລະທີ່ຕັ້ງຂອງ ຫວຽດນາມ ໃນປະຊາຄົມຝຣັ່ງໂກໂຟນີ; ຊົມເຊີຍເລື່ອງຫວຽດນາມ ເພີ່ມງົບປະມານໃຫ້ແກ່ການເຄື່ອນໄຫວ ແລະແບ່ງປັນບົດຮຽນປະສົບການກັບບັນດາປະເທດອາຟຼິກາ ໃນການກຸ້ມຕົນເອງດ້ານສະບຽງອາຫານ, ລົບລ້າງຄວາມອຶດຫິວ ແລະຫຼຸດຜ່ອນຄວາມທຸກຍາກ.

ໂດຍ: ຈາງຫງວຽນ