ໄຊຊະນະ ດ້ຽນບຽນຝູ ແມ່ນສັນຍາລັກແຫ່ງຄວາມກ້າຫານ ແລະເປັນດວງດາວທີ່ໃສແຈ້ງຂອງຂະບວນການປົດປ່ອຍຊາດ, ສົ່ງສັນຍານການລົ້ມລະລາຍຂອງລັດທິລ່າເມືອງຂຶ້ນໃນໂລກ.

ນີ້ແມ່ນຄຳສັງເກດຂອງທ່ານ ປອ ດ້ານການເມືອງ Sergio Rodríguez Gelfenstein, ອະດີດຜູ້ອຳນວຍການຝ່າຍພົວພັນສາກົນຂອງທຳນຽບປະທານາທິບໍດີເວເນຊູເອລາ, ໃນບົດຂຽນທີ່ລົງພິມໃນວາລະສານຂອງສຳນັກຂ່າວສານປະເທດອາເມລິກາ ລາຕິນ Prensa Latina, ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (ວັນທີ 7 ພຶດສະພາ 1954 – ວັນທີ 7 ພຶດສະພາ 2024).

leftcenterrightdel
ວັນທີ 7 ພຶດສະພາ 1954, ບັ້ນຮົບປະຫວັດສາດ ດ້ຽນບຽນຝູ ໄດ້ສິ້ນສຸດລົງດ້ວຍໄຊຊະນະ. ພາບ: ເອກະສານ: ສໍານັກຂ່າວສານຫວຽດນາມ

ໃນບົດຂຽນ, ນັກປະພັນ Sergio Rodríguez Gelfenstein ໄດ້ຊີ້ແຈ້ງການປະກອບສ່ວນຂອງຫວຽດນາມ ໃນການຕໍ່ສູ້ຕ້ານລ່າເມືອງຂຶ້ນ. ຕາມທ່ານແລ້ວ, ໄຊຊະນະດ້ຽນບຽນຝູ ຂອງຫວຽດນາມ ພ້ອມກັບການຕໍ່ສູ້ຍາດເອົາເອກະລາດຂອງ ອານເຊຣີ ໄດ້ສິ້ນສຸດລົງໃນປີ 1962 ແລະບັ້ນຮົບ Cuito Cuanavale ຂອງກອງທະຫານພັນທະມິດ ກູບາ - ອັງໂກລາ ໃນປີ 1988 ແມ່ນໄຊຊະນະທີ່ດັງກ້ອງກັງວານທີ່ສຸດໃນສະຕະວັດທີ 20 ຕ້ານລະບອບລ່າເມືອງຂຶ້ນເອີຣົບ.

ນັກຄົ້ນຄວ້າທີ່ມີຊື່ສຽງຜູ້ນີ້ໄດ້ເນັ້ນໜັກເຖິງຄວາມໝາຍຂອງໄຊຊະນະດ້ຽນບຽນຝູ, ປົດປ່ອຍພາກເໜືອຫວຽດນາມ ຢ່າງສົມບູນ, ສ້າງເງື່ອນໄຂໃຫ້ແກ່ການຕໍ່ສູ້ເພື່ອທ້ອນໂຮມປະເທດຊາດເປັນເອກະພາບຕໍ່ຈາກນັ້ນ. ໄຊຊະນະນີ້ ແລະການລົງນາມໃນສັນຍາເຊີແນວ ໄດ້ສ້າງຂີດໝາຍການປະລາໄຊຂອງລັດທິລ່າເມືອງຂຶ້ນຝຣັ່ງ ຢູ່ອິນດູຈີນ, ສະກັດກັ້ນແຜນການເປີດກວ້າງລະບອບລ່າເມືອງຂຶ້ນ ຢູ່ອາຊີຕາເວັນອອກສ່ຽງໃຕ້, ພ້ອມທັງເປັນການລະດົມບັນດາຊາດທີ່ເປັນຫົວເມືອງຂຶ້ນຖືກກົດຂີ່ຢູ່ໃນໂລກ ລຸກຮືຂຶ້ນຕໍ່ສູ້ຍາດເອົາເອກະລາດ.

ໂດຍ: ທະນາພອນ