ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕີລາຄາວ່າ ເບິ່ງລວມແລ້ວ, ສະພາບເສດຖະກິດ - ສັງຄົມໃນເດືອນເມສາ ສືບຕໍ່ຫັນປ່ຽນຢ່າງຕັ້ງໜ້າ, ໄລ່ລວມແລ້ວ ໃນ 4 ເດືອນຕົ້ນປີ 2024 ບັນລຸໄດ້ໝາກຜົນດີກວ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ໃນຫຼາຍຂົງເຂດ. ບັນລຸໄດ້ໝາກຜົນດັ່ງກ່າວແມ່ນຍ້ອນການຊີ້ນຳນຳພາຢ່າງໃກ້ຊິດຂອງຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລຂາ; ການຮ່ວມເດີນທາງ, ການສົມທົບກັນຢ່າງແໜ້ນແຟ້ນ, ຕັ້ງໜ້າຂອງສະພາແຫ່ງຊາດ ແລະບັນດາອົງການໃນລະບົບການເມືອງ; ການເຂົ້າຮ່ວມ, ການສະໜັບສະໜູນຂອງປະຊາຊົນ, ວິສາຫະກິດ; ການຮ່ວມມື, ການຊ່ວຍເຫຼືອຈາກເພື່ອນມິດສາກົນ; ໂດຍສະເພາະແມ່ນການເຂົ້າຮ່ວມຢ່າງຂ້ຽວຂາດ, ການຊີ້ນໍາຢ່າງໃກ້ສິດ, ມີຈຸດສຸມຂອງລັດຖະບານ, ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເປັນປະທານກອງປະຊຸມລັດຖະບານສາມັນ ເດືອນເມສາ ປີ 2024. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ຽວກັບໜ້າທີ່, ມາດຕະການໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງປະຕິບັດຕາມມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ບັນດາມະຕິ, ການຊີ້ນໍາຂອງຄະນະບໍລິຫານງານສູນກາງ, ກົມການເມືອງ, ການນຳຫຼັກແຫຼ່ງ; ເສີມຂະຫຍາຍຈິດໃຈເປັນເຈົ້າການ, ຕັ້ງໜ້າ, ປ່ຽນແປງໃໝ່ປະດິດຄິດສ້າງ, ມີຫົວຄິດປະດິດສ້າງ, ກ້າຄິດ, ກ້າເຮັດ, ຮັບປະກັນປະສິດທິຜົນໃນການຊີ້ນໍາ, ບໍລິຫານ; ຢຶດໝັ້ນບໍ່ຖອຍຫຼັງຕໍ່ຄວາມຫຍຸ້ງຍາກ, ເດັດດ່ຽວປະຕິບັດເປົ້າໝາຍທີ່ໄດ້ວາງອອກດ້ວຍຄວາມຕັດສິນໃຈສູງກວ່າ, ມານະພະຍາຍາມຫຼາຍກວ່າ, ແລະມີການກະທຳຢ່າງຂ້ຽວຂາດ, ມີປະສິດທິຜົນກວ່າ. ກໍາແໜ້ນການຜັນແປຂອງສະຖານະການພາຍໃນປະເທດ ແລະສາກົນ; ຍົກສູງຄວາມສາມາດໃນການວິເຄາະ, ຄາດຄະເນ; ມີນະໂຍບາຍຢ່າງທັນການ, ມີປະສິດທິຜົນ; ເພີ່ມທະວີການກວດກາ, ຕິດຕາມກວດກາ, ຮັກສາລະບຽບວິໄນການບໍລິຫານ. ລົບລ້າງຄວາມຫຍຸ້ງຍາກ, ຂໍ້ຕິດຄັດຢ່າງທັນການ; ຮັບປະກັນຄວາມໝັ້ນຄົງທາງດ້ານການເມືອງ - ສັງຄົມ. ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ເພີ່ມທະວີການພົວພັນຕ່າງປະເທດ, ເຊື່ອມໂຍງເຂົ້າກັບສາກົນ ແລະຍູ້ແຮງວຽກງານໂຄສະນາເຜີຍແຜ່ ແລະສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ.

ໂດຍ: ຈາງຫງວຽນ