ທີ່ການພົບປະ, ນາຍົກລັດຖະມົນຕີສອງທ່ານ ໄດ້ເຫັນດີເປັນເອກະພາບຕີລາຄາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ສືບຕໍ່ພັດທະນາຢ່າງດີງາມ, ໝັ້ນແກ່ນ ແລະມີປະສິດທິຜົນໃນທຸກຂົງເຂດໃນໄລຍະຜ່ານມາ.

leftcenterrightdel
ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ. ພາບ: ຫວຽດຈູງ

ແລກປ່ຽນມາດຕະການລະອຽດແນໃສ່ຜັນຂະຫຍາຍຂໍ້ຕົກລົງຂັ້ນສູງ ແລະໝາກຜົນກອງປະຊຸມ ຄັ້ງທີ 46 ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ-ລາວ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນການຢ້ຽມຢາມ ແລະການພົບປະຂັ້ນສູງ; ຜັນຂະຫຍາຍຂໍ້ຕົກລົງລະຫວ່າງສອງລັດຖະບານ, ໃນນັ້ນມີຂໍ້ຕົກລົງຍຸດທະສາດການຮ່ວມມື ຫວຽດນາມ-ລາວ ໄລຍະ 2021-2030, ສັນຍາກ່ຽວກັບຮ່ວມມືສອງຝ່າຍ ຫວຽດນາມ-ລາວ ໄລຍະ 2021-2025 ແລະຂໍ້ຕົກລົງວ່າດ້ວຍແຜນການຮ່ວມມື ຫວຽດນາມ-ລາວ 2024; ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເພື່ອຮັບມືກັບສິ່ງທ້າທາຍບໍ່ແມ່ນການທະຫານຢ່າງມີປະສິດທິຜົນ, ເພີ່ມທະວີການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດ, ເປັນຕົ້ນແມ່ນລະບອບລະບຽບການ, ການເງິນ, ພື້ນຖານໂຄງລ່າງຄົມມະນາຄົມ, ພະລັງງານ, ໂທລະຄົມມະນາຄົມ, ການທ່ອງທ່ຽວ; ໜູນຊ່ວຍເຊິ່ງກັນ ແລະກັນສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ ແລະມີປະສິດທິຜົນ; ສົມທົບກັນກວດກາ, ແກ້ໄຂຂໍ້ຕິດຂັດຢ່າງຂາດຂັ້ນ, ສ້າງສະພາບແວດລ້ອມທີ່ສະດວກເພື່ອໃຫ້ວິສາຫະກິດຫວຽດນາມ ມີຄວາມອຸ່ນອ່ຽນໃຈລົງທຶນ, ດໍາເນີນທຸລະກິດຢູ່ລາວ; ປະຕິບັດອະນຸສັນຍາ, ແຜນຮ່າງຮ່ວມມືໃນຂົງເຂດການສຶກສາ ແລະພັດທະນາຊັບພະຍາກອນມະນຸດຢ່າງມີປະສິດທິຜົນ.

ນາຍົກລັດຖະມົນຕີສອງທ່ານ ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ, ຄື: ອາຊຽນ, ສະຫະປະຊາຊາດ ແລະບັນດາກົນໄກອະນຸພາກພື້ນແມ່ນໍ້າຂອງ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ສະໜັບສະໜູນ ແລະໜູນຊ່ວຍລາວ ຮັບຜິດຊອບໜ້າທີ່ສາກົນທີ່ສໍາຄັນໃນປີ 2024 ສໍາເລັດຜົນ, ໃນນັ້ນມີບົດບາດເປັນປະທານອາຊຽນ.

ໂດຍ: ເຈິ່ນຮວ່ຽນ