ໃນບັນຍາກາດອັນເຄັ່ງຂຶມ, ສະເທືອນໃຈ, ບັນດາຜູ້ແທນໄດ້ສະແດງຄວາມເຄົາລົບນັບຖື ແລະຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ທ່ານປະທານໂຮ່ຈີມິນ ຜູ້ຍິ່ງໃຫຍ່, ອາໄລຫາພົນເອກ ຫວໍງວຽນຢາບ ພ້ອມດ້ວຍພະນັກງານ, ນັກຮົບ, ຊາວໜຸ່ມປະຈັນບານ, ແຮງງານເກນ ແລະປະຊາຊົນທີ່ໄດ້ຕໍ່ສູ້ ແລະເສຍສະຫຼະຊີວິດໃນດິນແດນດ້ຽນບຽນຝູ ຢ່າງພິລະອາດຫານ, ປະກອບສ່ວນສ້າງໄຊຊະນະປະຫວັດສາດ “ດ້ຽນບຽນໂດ່ງດັງ,  ສັ່ນສະເທືອນໄປທົ່ວໂລກ”.

leftcenterrightdel
ທ່ານນາງ ຫວໍທິແອັງຊວນ ຮັກສາການປະທານປະເທດ ຖະຫວາຍທູບທຽນຢູ່ວິຫານນັກຮົບເສຍສະຫຼະຊີວິດ ເພື່ອຊາດຢູ່ສະໜາມຮົບດ້ຽນບຽນຝູ. ພາບ: qdnd.vn

ຕໍ່ໜ້າດວງວິນຍານບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ, ບັນດາຜູ້ແທນໄດ້ໝັ້ນໝາຍວ່າ ຈະເສີມຂະຫຍາຍຈິດໃຈໄຊຊະນະດ້ຽນບຽນຝູ, ສືບຕໍ່ມານະພະຍາຍາມພ້ອມກັບທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບເພື່ອປະຕິບັດພາລະກິດປ່ຽນແປງໃໝ່, ຫັນປະເທດຊາດເປັນອຸດສາຫະກຳ, ຫັນເປັນທັນສະໄໝຢ່າງມີໄຊ, ສ້າງສາປະເທດຊາດຫວຽດນາມ ສັງຄົມນິຍົມໃຫ້ນັບມື້ນັບຈະເລີນຮັ່ງມີ, ວັດທະນາຖາວອນ.

ຕອນບ່າຍວັນດຽວກັນ, ຄະນະປະຕິບັດງານໄດ້ລົງໄປຢ້ຽມຢາມ ແລະມອບຂອງຂວັນໃຫ້ນັກຮົບເກົ່າ ຫງວຽນຮືວເຈິບ, ເກີດປີ 1931, ອາໄສຢູ່ເມືອງຮີມລາມ ແລະນັກຮົບເກົ່າ ຫງວຽນວຽດດ໊ຽມ, ເກີດປີ 1930, ອາໄສຢູ່ຕາແສງແທງບິ່ງ, ນະຄອນ ດ້ຽນບຽນຝູ ທີ່ເຂົ້າຮ່ວມບັ້ນຮົບ ດ້ຽນບຽນຝູ ໂດຍກົງ.

leftcenterrightdel
ທ່ານນາງ ຫວໍທິແອັງຊວນ ຮັກສາການປະທານປະເທດ ຢ້ຽມຊົມຫໍພິພິທະພັນໄຊຊະນະປະຫວັດສາດດ້ຽນບຽນຝູ. ພາບ: qdnd.vn

ຕອນບ່າຍວັນທີ 21 ເມສາ, ທ່ານນາງ ຫວໍທິແອັງຊວນ ຮັກສາການປະທານປະເທດ ແລະຄະນະປະຕິບັດງານໄດ້ໄປຢ້ຽມຊົມຫໍພິພິທະພັນໄຊຊະນະປະຫວັດສາດ ດ້ຽນບຽນຝູ.

ໂດຍ: ທະນາພອນ