leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກັບທ່ານນາງ He Rong ລັດຖະມົນຕີກະຊວງຍຸຕິທໍາຈີນ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານນາງລັດຖະມົນຕີກະຊວງຍຸຕິທຳຈີນ  He Rong ໃຫ້ຮູ້ວ່າ ໃນຊຸມປີຜ່ານມາ, ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໄດ້ຮັກສາທ່າອ່ຽງພັດທະນາທີ່ດີງາມ ແລະບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ; ເນັ້ນໜັກເຖິງຄວາມສຳຄັນຂອງການປັບປຸງ ແລະເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນຂົງເຂດກົດໝາຍ ແລະຕຸລາການ, ພິເສດແມ່ນໃນສະພາບການທີ່ສອງປະເທດພວມຊຸກຍູ້ການສ້າງລັດແຫ່ງອໍານາດນິຕິບັນຍັດສັງຄົມນິຍົມ. ທ່ານນາງ He Rong ໄດ້ແຈ້ງໃຫ້ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຮັບຊາບກ່ຽວກັບຜົນແຫ່ງການເຮັດວຽກກັບບັນດາກະຊວງ, ຂະແໜງການ, ອົງການຂອງຫວຽດນາມ, ສືບຕໍ່ປະກອບສ່ວນເຂົ້າໃນການປະຕິບັດຂໍ້ຕົກລົງທີ່ການນຳຂັ້ນສູງຂອງສອງພັກ, ສອງລັດບັນລຸໄດ້.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢືນຢັນວ່າ, ຫວຽດນາມ ຖືການພັດທະນາການພົວພັນທີ່ສະຖຽນລະພາບ, ປອດໃສ, ຍືນຍົງ ແລະຍາວນານກັບ ຈີນ ແມ່ນນະໂຍບາຍທະລຸລ່ວງ, ສະເໝີຕົ້ນສະເໝີປາຍ, ເປັນຄວາມຮຽກຮ້ອງຕ້ອງການຢ່າງພາວະວິໄສ ແລະ ເປັນການເລືອກເຟັ້ນຍຸດທະສາດ, ໃຫ້ບຸລິມະສິດແຖວໜ້າໃນແນວທາງການພົວພັນຕ່າງປະເທດຂອງຫວຽດນາມ. ລັດຖະບານຫວຽດນາມ ຍາມໃດກໍເອົາໃຈໃສ່, ສະໜັບສະໜູນ, ສ້າງເງື່ອນໄຂໃຫ້ແກ່ການຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະຕຸລາການລະຫວ່າງສອງກະຊວງ, ຂະແໜງຕຸລາການຂອງສອງປະເທດ ຫວຽດນາມ-ຈີນ. ໃນໄລຍະຈະມາເຖິງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະເໜີໃຫ້ກະຊວງຍຸຕິທຳສອງປະເທດ ຜັນຂະຫຍາຍປະຕິບັດບົດບັນທຶກຊ່ວຍຈຳທີ່ໄດ້ລົງນາມຢ່າງມີປະສິດທິຜົນ, ສືບຕໍ່ຍູ້ແຮງການເຄື່ອນໄຫວຮ່ວມມືຢ່າງແທດຈິງ, ມີປະສິດທິຜົນ, ເຂົ້າສູ່ລວງເລິກ ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ, ການຮ່ວມມືຢ່າງແໜ້ນແຟ້ນກ່ວາອີກ, ການແບ່ງປັນບົດຮຽນປະສົບການຫຼາຍກວ່າອີກ, ປະສິດທິຜົນຂອງຄຸ້ມຄອງ, ບໍລິຫານດີຂຶ້ນກວ່າເກົ່າ, ກວດກາຄືນວຽກງານທີ່ໄດ້ປະຕິບັດເພື່ອຊຸກຍູ້ການຮ່ວມມືທີ່ແທດຈິງກວ່າ.

ສ່ວນທ່ານນາງ He Rong ໄດ້ເຫັນດີຕໍ່ກັບຄຳເຫັນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະ ຢືນຢັນວ່າຈະພ້ອມກັບກະຊວງຍຸຕິທຳຫວຽດນາມ ຊຸກຍູ້ການເຄື່ອນໄຫວຮ່ວມມືໃຫ້ນັບມື້ນັບແທດຈິງ ແລະ ມີປະສິດທິຜົນຕາມຂໍ້ຕົກລົງທີ່ບັນລຸໄດ້ຂອງການນຳຂັ້ນສູງສອງປະເທດ.

* ຕອນບ່າຍວັນດຽວກັນ, ຢູ່ສຳນັກງານສູນກາງພັກ, ທ່ານ ຟານດິ່ງຈາກ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະວຽກງານການເມືອງພາຍໃນສູນກາງ ໄດ້ໃຫ້ການຕ້ອນຮັບທ່ານນາງ He Rong ລັດຖະມົນຕີກະຊວງຍຸຕິທໍາຈີນ.

ທີ່ການຕ້ອນຮັບ, ທ່ານ ຟານດິ່ງຈາກ ຕີລາຄາສູງຕໍ່ໝາກຜົນແຫ່ງການຮ່ວມມືລະຫວ່າງກະຊວງຍຸຕິທຳສອງປະເທດໃນໄລຍະຜ່ານມາ; ເນັ້ນໜັກວ່າ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນຕໍ່ການປັບປຸງ ແລະ ພັດທະນາການພົວພັນກັບຈີນ, ພ້ອມແລ້ວທີ່ຈະຮ່ວມກັບຝ່າຍຈີນ ເສີມຂະຫຍາຍ ການພົວພັນລະຫວ່າງສອງຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່, ປະຕິບັດຄວາມຮັບຮູ້ລວມຂັ້ນສູງ, ຖະແຫຼງການຮ່ວມ ແລະ ເອກະສານຮ່ວມມືທີ່ສອງຝ່າຍໄດ້ລົງນາມໃຫ້ເປັນຢ່າງດີ, ໃນນັ້ນມີຂົງເຂດຕຸລາການ ແລະກົດຫມາຍ. ທ່ານ ຟານດິ່ງຈາກ ສະເໜີໃຫ້ສອງຝ່າຍເພີ່ມທະວີການແບ່ງປັນຜົນແຫ່ງການຄົ້ນຄວ້າທິດສະດີ, ສະຫຼຸບພຶດຕິກໍາຕົວຈິງໃນການສ້າງລັດແຫ່ງອໍານາດນິຕິບັນຍັດສັງຄົມນິຍົມ, ປະຕິຮູບດ້ານຕຸລາການ, ຕ້ານ ແລະສະກັດກັ້ນການສໍ້ລາດບັງຫຼວງ, ການຄວບຄຸມສິດອໍານາດ, ຕ້ານຜົນປະໂຫຍດເປັນກຸ່ມ ໃນການສ້າງກົດໝາຍ ເພື່ອຮັບໃຊ້ໃຫ້ແກ່ພາລະກິດຂອງສອງພັກ, ສອງລັດ.

leftcenterrightdel
ທ່ານ ຟານດິ່ງຈາກ, ຫົວໜ້າຄະນະວຽກງານການເມືອງພາຍໃນສູນກາງ ຕ້ອນຮັບທ່ານນາງ He Rong ລັດຖະມົນຕີກະຊວງຍຸຕິທໍາຈີນ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານນາງ He Rong  ຖືວ່າ ເລື່ອງເພີ່ມທະວີການຮ່ວມມືລະຫວ່າງສອງກະຊວງຍຸຕິທຳ ເວົ້າສະເພາະ ແລະໃນຂົງເຂດຕຸລາການ, ກົດໝາຍເວົ້າລວມ ແມ່ນເນື້ອໃນສຳຄັນໃນການຮ່ວມມືລະຫວ່າງສອງປະເທດ; ຢືນຢັນວ່າ, ກະຊວງຍຸຕິທຳຈີນ ກຽມພ້ອມກັບຄະນະວຽກງານການເມືອງພາຍໃນສູນກາງ ແລະບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ຊາບຊຶມຄວາມຮັບຮູ້ລວມຂັ້ນສູງ ແລະ ເອກະສານທີ່ໄດ້ລົງນາມໃຫ້ເປັນຢ່າງດີ, ນຳການຮ່ວມມືລະຫວ່າງ ສອງຝ່າຍໃນຂົງເຂດຕຸລາການ ແລະ ກົດໝາຍ ໃຫ້ບັນລຸໝາກຜົນຕັ້ງທີ່ໜ້າ  ແລະແທດຈິງຫຼາຍກ່ວາເກົ່າ.

ໂດຍ: ທູຈາງ