ໂດຍຕອບສະໜອງຕາມຄຳເຊີນຂອງລັດຖະບານ ກູບາ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ຈະໄປຢ້ຽມຢາມ ກູບາ ຢ່າງເປັນທາງການແຕ່ວັນທີ 14-16 ເມສາ.

leftcenterrightdel
ທ່ານ ເລກວາງລອງ  ເອກອັກຄະລັດຖະທູດຫວຽດນາມ ປະຈຳກູບາ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ເລກວາງລອງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກູບາ ຢືນຢັນວ່າ: ການຢ້ຽມຢາມກູບາ ຄັ້ງນີ້ຂອງທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ແມ່ນການສືບຕໍ່ການຢ້ຽມຢາມ ແລະການພົບປະຂັ້ນສູງລະຫວ່າງສອງປະເທດ, ເພື່ອແນໃສ່ສືບຕໍ່ປັບປຸງ ແລະເພີ່ມທະວີການພົວພັນມິດຕະພາບຮ່ວມມືຫຼາຍດ້ານ ລະຫວ່າງ ຫວຽດນາມ ແລະ ກູບາ. ການຢ້ຽມຢາມໄດ້ດຳເນີນໄປໃນສະພາບທີ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືອັນດີງາມລະຫວ່າງຫວຽດນາມ ແລະກູບາ ສືບຕໍ່ໄດ້ຮັບການເພີ່ມທະວີ, ປັບປຸງ, ນັບມື້ນັບເຂົ້າສູ່ລວງເລິກ ແລະແທດຈິງ.

ໃນໄລຍະຢ້ຽມຢາມ, 2 ຝ່າຍຈະສຸມໃສ່ຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນໃນຂົງເຂດກະສິກຳ, ໃນນັ້ນມີການຜະລິດເຂົ້າສານ ແລະລ້ຽງສິນໃນນ້ຳ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ກູບາ ຕາມທິດທີ່ແທດຈິງ ແລະຍາວນານ. ຄຽງຂ້າງນັ້ນ, ບັນດາກະຊວງ/ຂະແໜງການທີ່ກ່ຽວຂ້ອງຈະສົມທົບກັນກວດກາຄືນສະພາບການຮ່ວມມືຕົ້ນຕໍລະຫວ່າງສອງປະເທດ; ແລກປ່ຽນ ແລະເຫັນດີເປັນເອກະພາບຕໍ່ມາດຕະການເພີ່ມທະວີການຮ່ວມມືລະຫວ່າງສອງຝ່າຍ, ພິເສດແມ່ນດ້ານການເມືອງ - ການທູດ, ເສດຖະກິດ - ການຄ້າ, ການລົງທຶນ, ກະສິກຳ, ວິທະຍາສາດ - ເຕັກໂນໂລຢີ; ສືບຕໍ່ຊຸກຍູ້ຜັນຂະຫຍາຍບັນດາກົນໄກຮ່ວມມືຂອງຄະນະກຳມະການລະຫວ່າງລັດຖະບານຂອງສອງປະເທດ ແລະສືບຕໍ່ຊຸກຍູ້ກອບນິຕິກໍາທີ່ຈຳເປັນ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຮ່ວມມືສອງຝ່າຍ ແລະເພີ່ມທະວີການທູດປະຊາຊົນ.

ໃນລາຍການດໍາເນີນງານຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ຈະພົບປະ, ເຈລະຈາກັບການນຳຂັ້ນສູງ ກູບາ ແລະເຂົ້າຮ່ວມວາລະອັດກອງປະຊຸມຄັ້ງທີ 41 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ກູບາ. ການນຳສອງປະເທດຄາດວ່າ ຈະສຸມໃສ່ແລກປ່ຽນມາດຕະການເພີ່ມທະວີການພົວພັນສາມັກຄີ ແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ກູບາ.

ໂດຍ: ທະນາພອນ