ທີ່ການຕ້ອນຮັບ, ການນຳສອງຝ່າຍໄດ້ແລກປ່ຽນມາດຕະການແນໃສ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງສອງຝ່າຍ, ຊຸກຍູ້ການພົວພັນຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຫວຽດນາມ ກັບແຂວງ ຢຸນນານ ໃນໄລຍະຈະມາເຖິງ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢັ້ງຢືນວ່າ ສູນກາງຍາມໃດກໍ່ສະໜັບສະໜູນ, ສ້າງເງື່ອນໄຂສະດວກໃຫ້ບັນດາທ້ອງຖິ່ນຂອງຫວຽດນາມ ສ້າງຕັ້ງ ແລະພັດທະນາການພົວພັນຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກັບບັນດາທ້ອງຖິ່ນຈີນ, ເປັນຕົ້ນແມ່ນບັນດາທ້ອງຖິ່ນທີ່ມີຊາຍແດນຕິດກັບແຂວງຢຸນນານ. ສະພາແຫ່ງຊາດຫວຽດນາມ ພ້ອມແລ້ວທີ່ຈະຮ່ວມເດີນທາງ, ໜູນຊ່ວຍ ເພື່ອຮ່ວມມືລະຫວ່າງທ້ອງຖິ່ນຫວຽດນາມ ກັບແຂວງຢຸນນານ ໃຫ້ນັບມື້ນັບພັດທະນາຢ່າງແຂງແຮງ, ນຳເອົາຜົນປະໂຫຍດແທດຈິງມາໃຫ້ປະຊາຊົນສອງຝ່າຍ.

leftcenterrightdel
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ  ຕ້ອນຮັບທ່ານ Wang Ning ເລຂາພັກແຂວງຢຸນນານ, ຫົວໜ້າຄະນະປະຈຳສະພາຜູ້ແທນປະຊາຊົນແຂວງຢຸນນານ. ພາບ: ຍານສາງ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີໃຫ້ສອງຝ່າຍເພີ່ມທະວີການພົບປະແລກປ່ຽນລະຫວ່າງການນຳທ້ອງຖິ່ນ, ຜັນຂະຫຍາຍກົນໄກຮ່ວມມື, ຂໍ້ຕົກລົງຮ່ວມມືທີ່ມີຢູ່ແລ້ວລະຫວ່າງແຂວງຢຸນນານ ແລະບັນດາທ້ອງຖິ່ນຫວຽດນາມ; ສົມທົບກັນລາດຕະເວນຊາຍແດນ, ຕ້ານການກໍ່ການຮ້າຍ, ຮ່ວມມືໃນການຄຸ້ມຄອງຄົນເຂົ້າ-ອອກເມືອງ, ປ້ອງກັນ, ຕ້ານອາດຊະຍາກໍາຂ້າມຊາຍແດນ; ຍູ້ແຮງການຮ່ວມມືດ້ານການທ່ອງທ່ຽວ, ພົບປະແລກປ່ຽນ, ແລກປ່ຽນບົດຮຽນໃນການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ແລະພັດທະນາແບບຍືນຍົງ...

ສ່ວນທ່ານເລຂາພັກແຂວງຢຸນນານ Wang Ning ໄດ້ເຫັນດີເປັນເອກະພາບສູງກັບບັນດາຂໍ້ສະເໜີຮ່ວມມືລະອຽດຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ທ່ານເລຂາພັກແຂວງຢຸນນານ Wang Ning ຢັ້ງຢືນວ່າ ແຂວງຢຸນນານ ຖືເປັນສຳຄັນການພົວພັນຮ່ວມມືມິດຕະພາບກັບບັນດາທ້ອງຖິ່ນຂອງຫວຽດນາມ; ກຽມພ້ອມກັບທ້ອງຖິ່ນຂອງຫວຽດນາມ ປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ ກໍ່ຄືຄວາມຮັບຮູ້ລວມລະຫວ່າງແຂວງຢຸນນານ ກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ