ໃນຂອບເຂດການຢ້ຽມຢາມລາຊະອານາຈັກໄທ ຢ່າງເປັນທາງການ ແລະເປັນປະທານຮ່ວມກອງປະຊຸມ ຄັ້ງທີ 5 ຂອງຄະນະກຳມະການປະສົມກ່ຽວກັບການຮ່ວມມືສອງຝ່າຍຫວຽດນາມ - ໄທ (JCBC), ຕອນເຊົ້າວັນທີ 11 ເມສາ, ຢູ່ທຳນຽບນາຍົກລັດຖະມົນຕີ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ Srettha Thavisin ນາຍົກລັດຖະມົນຕີແຫ່ງລາຊະອານາຈັກໄທ.

leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ເຂົ້າຢ້ຽມຂ່ຳນັບທ່ານ  Srettha Thavisin  ນາຍົກລັດຖະມົນຕີໄທ. ພາບ: VOV

ທ່ານນາຍົກລັດຖະມົນຕີ Srettha Thavisin ຢືນຢັນວ່າ: ໄທ ຖືເປັນສຳຄັນການຊຸກຍູ້ການພົວພັນຮ່ວມມືກັບຫວຽດນາມ ໃນທຸກຂົງເຂດ; ສະເໜີໃຫ້ຫວຽດນາມ ສົມທົບກັນປະຕິບັດຂໍ້ລິເລີ່ມ “ຫຼາຍປະເທດ, ຈຸດໝາຍປາຍທາງດຽວ” ເພື່ອເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ ແລະການພົວພັນກັບປະຊາຊົນ, ຜ່ານນັ້ນປະກອບສ່ວນນຳເອົາຜົນປະໂຫຍດລວມມາໃຫ້ບັນດາປະເທດທີ່ກ່ຽວຂ້ອງ. ທ່ານລັດຖະມົນຕີ ບຸ່ຍແທງເຊີນ ໄດ້ເຫັນດີເປັນເອກະພາບສົມທົບກັນຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວລະຫວ່າງຫຼາຍປະເທດໃນພາກພື້ນ; ສືບຕໍ່ສົມທົບກັນພັດທະນາການເຊື່ອມຕໍ່ພື້ນຖານໂຄງລ່າງ ແລະການຂົນສົ່ງຫຼາຍຮູບຫຼາຍແບບ; ຍາດແຍ່ງບົດບາດເປັນຂົວຕໍ່ມິດຕະພາບລະຫວ່າງປະຊາຊົນສອງປະເທດ, ພິເສດແມ່ນລຸ້ນໜຸ່ມຜ່ານການຮ່ວມມືດ້ານວັດທະນະທຳ ແລະການສຶກສາ, ໃນນັ້ນມີການເພີ່ມທະວີການສອນພາສາຫວຽດ ແລະພາສາໄທ ຢູ່ແຕ່ລະປະເທດ.

leftcenterrightdel
ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທງເຊີນ ພົບປະກັບ ລາຊະທິດາໄທ Maha Chakri Sirindhorn. ພາບ: ກະຊວງການຕ່າງປະເທດ

ຕອນເຊົ້າວັນດຽວກັນ, ທ່ານ ບຸ່ຍແທງເຊີນ ໄດ້ມີການພົບປະກັບລາຊະທິດາໄທ Maha Chakri Sirindhorn. ທ່ານລັດຖະມົນຕີ ບຸ່ຍແທງເຊີນ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ອາລົມຈິດທີ່ດີທີ່ພະມະຫາກະສັດ ແລະລາຊະທິດາມີຕໍ່ປະເທດ ແລະປະຊາຊົນ ຫວຽດນາມ, ຕີລາຄາສູງປະສິດທິຜົນຂອງບັນດາໂຄງການພັດທະນາປະຊາຄົມໂດຍລາຊະທິດາອຸປະຖໍາ, ໃນນັ້ນມີ “ໂຄງການຍົກສູງຄຸນນະພາບຊີວິດການເປັນຢູ່ຂອງເດັກນ້ອຍ ແລະຊາວໜຸ່ມໃນພາກພື້ນ ອາຊີ - ປາຊີຟິກ” ພວມໄດ້ຮັບການຜັນຂະຫຍາຍຢ່າງກວ້າງຂວາງຢູ່ພາກພື້ນ, ໃນນັ້ນມີຫວຽດນາມ ແລະປາດຖະໜາວ່າ ລາຊະທິດາ ຈະມາຢ້ຽມຢາມ ຫວຽດນາມ ໃນໄວໆນີ້ໃນໄລຍະຈະມາເຖິງ.

ໂດຍ: ໄຊນີດາ