ທີ່ການຕ້ອນຮັບ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດວັນຈ໊ຽນ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ເສີມຂະຫຍາຍ, ຍູ້ແຮງການເຄື່ອນໄຫວທີ່ແທດຈິງ, ເພີ່ມທະວີການໂຄສະນາຢ່າງກວ້າງຂວາງໃຫ້ປະຊາຊົນທຸກຊັ້ນຄົນກ່ຽວກັບສາຍພົວພັນແບບພິເສດຫວຽດນາມ-ລາວ, ຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບຂອງແຕ່ລະຄົນໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ.

leftcenterrightdel
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ຕ້ອນຮັບທ່ານ ໂດວັນຈ໊ຽນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ກໍ່ໄດ້ຕີລາຄາສູງຕໍ່ໝາກຜົນແຫ່ງການຮ່ວມມືລະຫວ່າງແນວໂຮມປະເທດຊາດຫວຽດນາມ ແລະແນວລາວສ້າງຊາດ ໃນໄລຍະຜ່ານມາ, ກໍ່ຄືຜົນສຳເລັດອັນດີງາມຂອງກອງປະຊຸມປະທານແນວໂຮມສາມປະເທດ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 5. ພ້ອມທັງ ເນັ້ນໜັກເຖິງຄວາມສຳຄັນ ແລະຄວາມຈໍາເປັນຂອງການໂຄສະນາໃຫ້ປະຊາຊົນສາມປະເທດກໍາປູເຈຍ-ລາວ-ຫວຽດນາມ ເຂົ້າໃຈຢ່າງຈະແຈ້ງກ່ຽວກັບສາຍພົວພັນແບບພິເສດລະຫວ່າງສາມປະເທດອິນດູຈີນ; ຢັ້ງຢືນວ່າ ສິ່ງດັ່ງກ່າວຈະປະກອບສ່ວນເຮັດໃຫ້ການພົວພັນສາມັກຄີ, ມິດຕະພາບ ຫວຽດນາມ-ລາວ-ກໍາປູເຈຍ ເລິກເຊິ່ງກວ່າອີກ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໃຫ້ຮູ້ວ່າ ປະຈຸບັນ ລັດຖະບານລາວ ພວມມີຄວາມສົນໃຈທີ່ສຸດຕໍ່ການລົງທຶນເຊື່ອມຕໍ່ພື້ນຖານໂຄງລ່າງລະຫວ່າງສອງປະເທດລາວ-ຫວຽດນາມ, ໂດຍສະເໜີໃຫ້ແນວໂຮມປະເທດຊາດຫວຽດນາມ ດ້ວຍບົດຮຽນອັນອຸດົມສົມບູນໃນການຂົນຂວາຍ, ກໍ່ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ແບ່ງປັນບົດຮຽນຢ່າງຕັ້ງໜ້າກັບແນວລາວສ້າງຊາດ, ເພື່ອພ້ອມກັນຂົນຂວາຍປະຊາຊົນ, ພິເສດແມ່ນປະຊາຊົນຢູ່ເຂດຊາຍແດນສອງປະເທດ, ປ່ຽນແປງຈິນຕະນາການ, ກ້າປະດິດສ້າງ, ກ້າປ່ຽນແປງໃໝ່, ພັດທະນາເສດຖະກິດ, ພ້ອມກັນປັບປຸງ ແລະຍົກສູງຄຸນນະພາບຊີວິດການເປັນຢູ່, ປະກອບສ່ວນເຮັດໃຫ້ການພົວພັນສາມັກຄີແບບພິເສດລະຫວ່າງສອງປະເທດຫວຽດນາມ-ລາວ ອ້າຍນ້ອງໃຫ້ເລິກເຊິ່ງກວ່າອີກ.

ໂດຍ: ເຈິ່ນຮວ່ຽນ