ລາຍງານຕໍ່ທ່ານນາຍົກລັດຖະມົນຕີ ແລະຄະນະປະຕິບັດງານຮັບຊາບກ່ຽວກັບໝາກຜົນການປະຕິບັດບາງໜ້າທີ່ຈຸດສຸມຂອງພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດມອບໝາຍໃຫ້ໃນໄລຍະຜ່ານມາ ເພື່ອແນໃສ່ຍົກສູງກໍາລັງແຮງບົ່ມຊ້ອນດ້ານປ້ອງກັນຊາດຂອງປະເທດ, ທ່ານພົນຈັດຕະວາ ຕ່າວດຶກຖັງ, ປະທານ, ທັງເປັນຜູ້ອໍານວຍການໃຫຍ່ Viettel ໃຫ້ຮູ້ວ່າ: Viettel ໄດ້ເປັນເຈົ້າການອອກແບບລະບົບ, ການເຊື່ອມໂຍງລະບົບ ແລະເຕັກໂນໂລຊີຫຼັກແຫຼ່ງຂອງຜະລິດຕະພັນປ້ອງກັນຊາດເຕັກໂນໂລຊີສູງ. ພິເສດ, Viettel ປະສົບຜົນສຳເລັດໃນການຜະລິດ ແລະມອບບັນດາຜະລິດຕະພັນຍຸດທະສາດເພື່ອປະກອບໃຫ້ກອງທັບ.

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ຢ້ຽມຊົມງານວາງສະແດງຜະລິດຕະພັນເຕັກໂນໂລຊີສູງຂອງກຸ່ມບໍລິສັດ Viettel. ພາບ: ສໍານັກຂ່າວສານຫວຽດນາມ

ພາຍຫຼັງລົງຢ້ຽມຢາມສະຖານທີ່ຄົ້ນຄວ້າ, ຜະລິດ ແລະບັນດາຜະລິດຕະພັນເຕັກໂນໂລຊີສູງ ໂດຍ Viettel ຄົ້ນຄວ້າ, ຜະລິດ,  ເຮັດວຽກກັບການນຳບັນດາກະຊວງ, ຂະແໜງການ ແລະກຸ່ມບໍລິສັດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຮັບຮູ້, ຊົມເຊີຍ ແລະຕີລາຄາສູງບັນດາໝາກຜົນທີ່ພົ້ນເດັ່ນທີ່ Viettel ບັນລຸໄດ້ໃນໄລຍະຜ່ານມາ. ບົນພື້ນຖານຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່ ແລະເປົ້າໝາຍ, ໜ້າທີ່ພັດທະນາເສດຖະກິດ-ສັງຄົມໃນໄລຍະຈະມາເຖິງ, ບົນພື້ນຖານໄຈ້ແຍກສະພາບການ, ທ່ານນາຍົກລັດຖະມົນຕີ ຊີ້ນໍາວ່າ ດ້ວຍຄວາມຮຽກຮ້ອງຕ້ອງການ, ໜ້າທີ່ໃໝ່, Viettel ຕ້ອງມີຈິນຕະນາການ, ມາດຕະການ, ວິທີການໃໝ່ ເພື່ອບັນລຸປະສິດທິຜົນສູງກວ່າ ແລະປະຕິບັດສຳເລັດໜ້າທີ່ທີ່ພັກ, ລັດ, ກອງທັບ ແລະປະຊາຊົນມອບໝາຍໃຫ້. ໃນນັ້ນ, Viettel ຄວນສຸມໃສ່ປະຕິບັດບັນດາໜ້າທີ່ດ້ວຍ “3 ນໍາໜ້າ”, ລວມມີ: ນໍາໜ້າການປ່ຽນແປງໃໝ່ປະດິດສ້າງ, ເຕັກໂນໂລຊີສູງ, ອຸດສາຫະກໍາທີ່ພົ້ນເດັ່ນ, ເປັນຕົ້ນແມ່ນການຄົ້ນຄວ້າ, ຜະລິດຊິບເຄິ່ງຊັກນຳໄຟຟ້າ; ນໍາໜ້າທີ່ກ້າຄິດ, ກ້າເຮັດ, ກ້າທີ່ຈະຮັບຜິດຊອບ, ກ້າທີ່ຈະຮັບເອົາຄວາມສ່ຽງ ແລະການປ້ອງກັນ, ຕ້ານປະກົດການຫຍໍ້ທໍ້; ນໍາໜ້າໃນການຄຸ້ມຄອງ, ນຳໃຊ້, ເສີມຂະຫຍາຍປະສິດທິຜົນແຫຼ່ງກຳລັງຂອງປະເທດໃນການປະຕິບັດໜ້າທີ່ໄດ້ຮັບມອບໝາຍ.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ Viettel ຕ້ອງເປັນເຈົ້າຂອງເຕັກໂນໂລຊີໂດຍໄວ, ເພີ່ມເຕີມຜະລິດພາຍໃນປະເທດ ເພື່ອເສີມຂະຫຍາຍທຸກແຫຼ່ງກໍາລັງຂອງປະເທດ, ພັດທະນາອຸດສາຫະກຳປ້ອງກັນຊາດເພື່ອຮັບໃຊ້ບັນດາເປົ້າໝາຍ, ໜ້າທີ່ປະຕິວັດຂອງປະເທດໃນໄລຍະໃໝ່ຢ່າງມີປະສິດທິຜົນ. ຄຽງຂ້າງນັ້ນ, ຄົ້ນຄວ້າ, ຜະລິດສິນຄ້ານຳໃຊ້ໄດ້ສອງໜ້າທີ່, ພົນລະເຮືອນເພື່ອຮັບໃຊ້ຄວາມຕ້ອງການພາຍໃນ ແລະສົ່ງອອກ.

ທ່ານນາຍົກລັດຖະມົນຕີ ປາດຖະໜາຢາກ ແລະເຊື່ອໝັ້ນວ່າ ກຸ່ມບໍລິສັດ Viettel ຈະສືບຕໍ່ມານະພະຍາຍາມສູ້ຊົນ, ເສີມຂະຫຍາຍມູນເຊື້ອທະຫານລຸງໂຮ່, ມູນເຊື້ອວິລະຊົນຂອງກອງທັບປະຊາຊົນຫວຽດນາມ, ສືບທອດຜົນງານຂອງພະນັກງານ Viettel ລຸ້ນຕ່າງໆທີ່ໄດ້ສ້າງຕັ້ງ, ສາມັກຄີ, ເປັນເອກະພາບ, ຖືຜົນປະໂຫຍດຂອງປະເທດຊາດ, ຜົນປະໂຫຍດຂອງປະຊາຊົນ, ຜົນປະໂຫຍດຂອງກອງທັບຢູ່ແຖວໜ້າ, ກ່ອນອື່ນໝົດ, ປະຕິບັດສໍາເລັດທຸກໜ້າທີ່ເຊິ່ງພັກ, ລັດ, ກອງທັບ ແລະປະຊາຊົນມອບໝາຍໃຫ້ຢ່າງດີເລີດ.

ໂດຍ: ຈາງຫງວຽນ