ທີ່ການພົບປະເຈລະຈາ, ລັດຖະມົນຕີສອງທ່ານ ໄດ້ພ້ອມກັນຢັ້ງຢືນຄວາມສຳຄັນແຖວໜ້າຂອງການພົວພັນຫວຽດນາມ-ຈີນ ໃນນະໂຍບາຍການພົວພັນຕ່າງປະເທດຂອງແຕ່ລະປະເທດ; ເນັ້ນໜັກເຖິງຄວາມຈຳເປັນຕ້ອງການເພີ່ມທະວີສົມທົບກັນ, ຜັນຂະຫຍາຍຫັນບັນດາຂໍ້ຕົກລົງ ແລະຄວາມຮັບຮູ້ລວມເປັນລະອຽດ ແລະມີປະສິດທິຜົນ ເພື່ອສືບຕໍ່ຊຸກຍູ້ການພົວພັນພັດທະນາຢ່າງປອດໃສ, ມີສະຖຽນລະພາບ ແລະ ຍືນຍົງຕາມທິດ “6 ກວ່າ” ຢ່າງບໍ່ຢຸດຢັ້ງ.

ບົນພື້ນຖານນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຮັກສາການພົບປະແລກປ່ຽນໃນຂັ້ນສູງຢ່າງເປັນປະຈຳ, ເພີ່ມທະວີການຮ່ວມມືລະຫວ່າງ 2 ຝ່າຍ, ສົມທົບກັນຈັດຕັ້ງການເຄື່ອນໄຫວພົວພັນຕ່າງປະເທດຂັ້ນສູງລະຫວ່າງສອງປະເທດ ໃນປີ 2024, ຈັດກອງປະຊຸມ ຄັ້ງທີ 16 ຄະນະກໍາມະການຊີ້ນຳການຮ່ວມມືສອງຝ່າຍ; ສົມທົບກັນຈັດຕັ້ງກົນໄກເຈລະຈາ, ການເຄື່ອນໄຫວພົບປະແລກປ່ຽນ ແລະຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຕຸລາການໃຫ້ເປັນຢ່າງດີ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ ຫວັງອີ ລັດຖະມົນຕີກະຊວງການຕ່າງປະເທດຈີນ. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍກໍ່ເຫັນດີຍູ້ແຮງ ແລະ ຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ-ການຄ້າ. ລັດຖະມົນຕີສອງທ່ານ ກໍເຫັນດີເພີ່ມທະວີການຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ; ຊຸກຍູ້ກົນໄກພົບປະແລກປ່ຽນ ລະຫວ່າງທ້ອງຖິ່ນຕ່າງໆຂອງສອງປະເທດ; ສືບຕໍ່ເພີ່ມທະວີການສົມທົບ ແລະ ສະໜັບສະໜູນເຊິ່ງກັນ ແລະກັນໃນຂອບເຂດຫຼາຍຝ່າຍ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຄຸ້ມຄອງ ແລະປົກປັກຮັກສາຊາຍແດນທາງບົກ ຕາມເອກະສານນິຕິກໍາ 3 ສະບັບ ກ່ຽວກັບຊາຍແດນທາງບົກ ແລະຂໍ້ຕົກລົງທີ່ກ່ຽວຂ້ອງອື່ນໆ; ຕັ້ງໜ້າເປີດກວ້າງ, ຍົກລະດັບ ແລະຮັບຮອງບັນດາຄູ່ດ່ານຊາຍແດນທີ່ໄດ້ເຫັນດີຕົກລົງ, ກໍຄືຊຸກຍູ້ການກໍ່ສ້າງບັນດາດ່ານຊາຍແດນແບບສະຫຼາດ.

ກ່ຽວກັບບັນຫາຢູ່ທະເລ, ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການປະຕິບັດບັນດາຂໍ້ຕົກລົງ ແລະ ຄວາມຮັບຮູ້ລວມຂອງການນຳຂັ້ນສູງຂອງສອງພັກ, ສອງລັດຢ່າງເຂັ້ມງວດ ກ່ຽວກັບການຄວບຄຸມ ແລະ ແກ້ໄຂຄວາມບໍ່ລົງລອຍກັນເປັນຢ່າງດີ; ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ, ຮອບດ້ານ ແລະ ມີປະສິດທິຜົນ; ພ້ອມກັບບັນດາປະເທດອາຊຽນ ຊຸກຍູ້ການເຈລະຈາ ເພື່ອ ບັນລຸກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ແທດຈິງ,  ມີປະສິດທິພາບ, ປະສິດທິຜົນໂດຍໄວ, ສອດຄ່ອງກັບກົດໝາຍສາກົນ ແລະ ສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

ໂດຍ: ທູຈາງ