ໃນການເຄື່ອນໄຫວທຳອິດຂອງການຢ້ຽມຢາມ, ຄະນະຜູ້ແທນໄດ້ມີການພົບປະກັບທ່ານ Aso Taro ຮອງປະທານພັກປະຊາທິປະໄຕເສລີ (LDP) ກຳອຳນາດ, ທ່ານ Motegi Toshimitsu ເລຂາທິການພັກປະຊາທິປະໄຕເສລີ; ໄດ້ຕ້ອນຮັບທ່ານ  Shuhei Kishimoto ຜູ້ວ່າການແຂວງ Wakayama; ໄດ້ພົບປະກັບບັນດາພະນັກງານ, ສະມາຊິກພັກທີ່ດີເດັ່ນຂອງອົງຄະນະພັກ ແລະສະຖານທູດຫວຽດນາມ ປະຈຳ ຍີ່ປຸ່ນ.

leftcenterrightdel
ສະຫາຍນາງ ເຈືອງທິມາຍ ພົບປະກັບທ່ານ Aso Taro ຮອງປະທານພັກປະຊາທິປະໄຕເສລີ (LDP) ກຳອຳນາດ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະ, ສະຫາຍນາງ ເຈືອງທິມາຍ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ມີຄວາມສະເໝີຕົ້ນສະເໝີປາຍຕໍ່ການຖືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຍີ່ປຸ່ນ ເປັນສໍາຄັນ. ສະຫາຍນາງ ເຈືອງທິມາຍ ຮຽກຮ້ອງໃຫ້ 2 ຝ່າຍ, ພິເສດແມ່ນ ພັກກອມມູນິດ ຫວຽດນາມ ແລະພັກປະຊາທິປະໄຕເສລີ ຍີ່ປຸ່ນ ເສີມຂະຫຍາຍບົດບາດຂອງ 2 ພັກກຳອຳນາດໃນການຊຸກຍູ້ການຫັນຄວາມຮັບຮູ້ລວມລະດັບສູງເປັນລະອຽດ ແລະບັນດາເນື້ອໃນສຳຄັນຢູ່ “ຖະແຫຼງການຮ່ວມກ່ຽວກັບການຍົກລະດັບການພົວພັນ 2 ຝ່າຍຫວຽດນາມ ແລະຍີ່ປຸ່ນ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ແລະວັັດທະນາຖາວອນຢູ່ ອາຊີ ແລະໂລກ”; ເພີ່ມທະວີການພົວພັນດ້ານການເມືອງຜ່ານການຢ້ຽມຢາມ ແລະພົບປະຂອງການນຳຂັ້ນສູງຂອງສອງຝ່າຍຕາມຊ່ອງທາງຂອງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະການທູດປະຊາຊົນ; ຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະໃນຂົງເຂດທີ່ສອດຄ່ອງກັບການກໍານົດທິດພັດທະນາແບບຍືນຍົງຂອງສອງປະເທດ.

ການນຳພັກປະຊາທິປະໄຕເສລີ ແລະບັນດາທ້ອງຖິ່ນ ຍີ່ປຸ່ນ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມຂອງສະຫາຍນາງ ເຈືອງທິມາຍ ແລະຄະນະຜູ້ແທນຂັ້ນສູງພັກກອມມູນິດຫວຽດນາມ ແລະໄດ້ເຫັນດີເປັນເອກະພາບສູງຕໍ່ກັບຂໍ້ສະເໜີຂອງສະຫາຍນາງ ເຈືອງທິມາຍ ເພື່ອນຳການພົວພັນຮ່ວມມື ຫວຽດນາມ - ຍີ່ປຸ່ນ ໃຫ້ເຂົ້າສູ່ລວງເລິກແທດຈິງ, ມີປະສິດທິຜົນກວ່າອີກ.

ໂດຍ: ທະນາພອນ