ທີ່ການເຮັດວຽກ, ບັນດາຜູ້ແທນໄດ້ປຶກສາຫາລື ແລະປະກອບຄຳເຫັນໃສ່ວຽກງານຜັນຂະຫຍາຍການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn

ຮັບຮູ້ຄວາມມານະພະຍາຍາມອັນໃຫຍ່ຫຼວງຂອງແຂວງ ດ້ຽນບຽນ ໃນການປະຕິບັດວຽກງານກະກຽມເງື່ອນໄຂທີ່ຈຳເປັນເພື່ອຮັບໃຊ້ພິທີສະເຫຼີມສະຫຼອງ, ພ້ອມກັນນັ້ນ ທາງແຂວງຍັງຜັນຂະຫຍາຍບັນດາໜ້າທີ່ພັດທະນາເສດຖະກິດ - ສັງຄົມ, ກໍ່ສ້າງພັກໃຫ້ບັນລຸໄດ້ໝາກຜົນອັນພົ້ນເດັ່ນ, ສະຫາຍນາງ ເຈືອງທິມາຍ ສະແດງຄວາມເຊື່ອໝັ້ນວ່າ ແຂວງດ້ຽນບຽນ ຈະປະຕິບັດວຽກງານທີ່ຍັງເຫຼືອເປັນຢ່າງດີ ເພື່ອຮັບໃຊ້ພິທີສະເຫຼີມສະຫຼອງ. ໂດຍເຫັນດີກັບແຜນການ ແລະລາຍການສະເຫຼີມສະຫຼອງ ທີ່ຈະຈັດຂຶ້ນໃນວັນທີ 7 ພຶດສະພາຈະມາເຖິງນີ້, ສະຫາຍນາງ ເຈືອງທິມາຍ ໄດ້ຮຽກຮ້ອງໃຫ້ບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງຕ້ອງສ້າງແຜນການລວມຂອງພິທີສະເຫຼີມສະຫຼອງຢ່າງລະອຽດ. ປະລິມານວຽກງານໃນແຜນການລວມແມ່ນໃຫຍ່ຫຼວງ, ພັດວ່າແມ່ນຫຼາຍອົງການ ແລະແຂວງດ້ຽນບຽນ ເປັນຜູ້ຈັດຕັ້ງປະຕິບັດ, ສະນັ້ນ ສະຫາຍນາງ ເຈືອງທິມາຍ ຈຶ່ງໄດ້ມອບໝາຍໃຫ້ສະຫາຍ ຫງວຽນຈ້ອງເຫງັຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ເປັນຜູ້ບໍລິຫານໂດຍກົງ ແລະມອບໝາຍໜ້າທີ່ວຽກງານລະອຽດໃຫ້ແຕ່ລະອົງການ, ກົມກອງ.

ເນັ້ນໜັກເຖິງຄວາມໝາຍພິເສດຂອງພິທີສະເຫຼີມສະຫຼອງ ແລະບັນດາການເຄື່ອນໄຫວສະເຫຼີມສະຫຼອງແມ່ນສືບຕໍ່ຢືນຢັນຄວາມໝາຍ, ຂະໜາດຄວາມຍິ່ງໃຫຍ່, ຄຸນຄ່າອັນໃຫຍ່ຫຼວງຂອງໄຊຊະນະດ້ຽນບຽນຝູ ໃນປະຫວັດສາດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດ, ສະຫາຍນາງ ເຈືອງທິມາຍ ສະເໜີໃຫ້ ບັນດາສະຫາຍ, ອົງການ ແລະແຕ່ລະຄົນຄວນສຸດຈິດສຸດໃຈເສີມຂະຫຍາຍຄວາມຮັບຜິດຊອບຢ່າງສູງສຸດ ແລະກຳລັງຄວາມສາມາດປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ, ເພື່ອຮັບປະກັນໃຫ້ພິທີສະເຫຼີມສະຫຼອງປະສົບຜົນສໍາເລັດຢ່າງຈົບງາມ.

ໂດຍ: ທະນາພອນ