ທີ່ການພົບປະຢູ່ສຳນັກງານສະພາແຫ່ງຊາດສະໂລວາເກຍ, ທ່ານເອກອັກຄະລັດຖະທູດຫວຽດນາມ ໄດ້ແຈ້ງໃຫ້ທ່ານ Marian Kery ຊາບກ່ຽວກັບການພົວພັນ 2 ຝ່າຍ ແລະບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນລະຫວ່າງ 2 ປະເທດ, ໃນນັ້ນ ມີລາຍການຢ້ຽມຢາມຂອງທ່ານຮອງປະທານຄະນະກຳມາທິການວິທະຍາສາດ, ເຕັກໂນໂລຊີ ແລະສິ່ງແວດລ້ອມສະພາແຫ່ງຊາດຫວຽດນາມ ໃນຕົ້ນເດືອນ ກໍລະກົດ ຈະມາເຖິງ.

leftcenterrightdel
ທ່ານ ຫງວຽນຕວນ ເອກອັກຄະລັດຖະທູດ ກໍ່ປາດຖະໜາວ່າ ສະໂລວາເກຍ ຈະມີຄະນະຜູ້ແທນມາຢ້ຽມຢາມຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ Marian Kery ສະແດງຄວາມເອົາໃຈໃສ່ເຖິງຫວຽດນາມ ແລະໃຫ້ຮູ້ວ່າ ໃນເດືອນ 7 ຈະມາເຖິງ, ສະພາແຫ່ງຊາດ ສະໂລວາເກຍ ຈະມີການເຄື່ອນໄຫວຫຼາຍຢ່າງ, ລວມມີບັນດາການປະຊຸມກັບລັດຖະບານ ແລະປະທານາທິບໍດີຄົນໃໝ່ທີ່ຫາກໍ່ຮັບດຳລົງຕຳແໜ່ງໃນເດືອນມີຖຸນາ, ແຕ່ບັນດາອົງການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດສະໂລວາເກຍ ພ້ອມແລ້ວທີ່ຈະຕ້ອນຮັບ ແລະເຮັດວຽກກັບຄະນະຜູ້ແທນກຳມາທິການວິທະຍາສາດ, ເຕັກໂນໂລຊີ ແລະສິ່ງແວດລ້ອມຂອງສະພາແຫ່ງຊາດຫວຽດນາມ.

ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຫງວຽນຕວນ ກໍ່ສະເໜີໃຫ້ທ່ານ Marian Kery ສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ສະໂລວາເກຍ ພິຈາລະນາ, ສ້າງເງື່ອນໄຂເພື່ອໃຫ້ກົມກົງສຸນ, ກະຊວງການຕ່າງປະເທດ ສະໂລວາເກຍ ຫັນບັນດາໜັງສືສຳມະໂນຄົວໂດຍສະຖານທູດຫວຽດນາມ ສະໜອງໃຫ້ຖືກຕ້ອງຕາມກົດໝາຍເພື່ອນຳໃຊ້ຢູ່ ສະໂລວາເກຍ.

ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຫງວຽນຕວນ ກໍ່ຂອບໃຈທ່ານ Marian Kery ໄດ້ຕັ້ງໜ້າສົມທົບກັນ, ຊຸກຍູ້ການພົວພັນລະຫວ່າງຫວຽດນາມ ແລະສະໂລວາເກຍ ໃນໄລຍະຜ່ານມາ, ພິເສດແມ່ນການຊຸກຍູ້ການພົວພັນຮ່ວມມືດ້ານລັດຖະສະພາລະຫວ່າງ 2 ປະເທດ.

ໂດຍ: ໄຊນີດາ