ທ່ານລັດຖະມົນຕີ ບຸ່ຍແທງເຊີນ ໄດ້ຕີລາຄາສູງຄວາມໝາຍສໍາຄັນຂອງການຢ້ຽມຢາມຫວຽດນາມ ແລະເປັນປະທານຮ່ວມກອງປະຊຸມຄັ້ງທີ 5 ຂອງຄະນະກຳມະການຮ່ວມມືສອງຝ່າຍ ຫວຽດນາມ - ອິນໂດເນເຊຍ ຂອງທ່ານນາງລັດຖະມົນຕີ Retno Marsudi; ຂອບໃຈທ່ານນາງລັດຖະມົນຕີ Retno Marsudi ທີ່ໄດ້ຕັ້ງໜ້າສະໜັບສະໜູນ, ເຂົ້າຮ່ວມ ແລະປະກອບສ່ວນເຂົ້າໃນຜົນສຳເລັດຂອງເວທີປາໄສອະນາຄົດອາຊຽນ (AFF) 2024 ທີ່ຈັດຂຶ້ນຢູ່ຮ່າໂນ້ຍ ໃນວັນທີ 23 ເມສາ. ທ່ານນາງລັດຖະມົນຕີ Retno Marsudi ໄດ້ຊົມເຊີຍ ຫວຽດນາມ ທີ່ໄດ້ບັນລຸຜົນງານພັດທະນາທຸກດ້ານໃນໄລຍະຜ່ານມາ; ຢືນຢັນວ່າ ອິນໂດເນເຊຍ ຍາມໃດກໍ່ຖືເປັນສຳຄັນ ແລະປາດຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ; ຕີລາຄາສູງສູງຫວຽດນາມ ໄດ້ຈັດຕັ້ງ AFF 2024 ສຳເລັດຜົນ, ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການສ້າງປະຊາຄົມອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງ,  ເສີມຂະຫຍາຍບົດບາດໃຈກາງ ແລະນຳໜ້າໃນການຮັບມືກັບບັນດາສິ່ງທ້າທາຍໃນພາກພື້ນ.

leftcenterrightdel
ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທງເຊີນ ແລະທ່ານນາງລັດຖະມົນຕີການຕ່າງປະເທດອິນໂດເນເຊຍ Retno Marsudi. ພາບ: qdnd.vn

ສອງຝ່າຍເຫັນດີຕີລາຄາການຮ່ວມມືລະຫວ່າງສອງຝ່າຍນັບມື້ນັບພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ ແລະມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ. ທ່ານນາງລັດຖະມົນຕີ Retno Marsudi ຢືນຢັນວ່າ ບັນດາວິສາຫະກິດອິນໂດເນເຊຍ ນັບມື້ນັບເອົາໃຈໃສ່ເປີດກວ້າງການລົງທຶນຢູ່ຫວຽດນາມ. ທ່ານລັດຖະມົນຕີ ບຸ່ຍແທງເຊີນ ສະເໜີສອງຝ່າຍສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດສອງປະເທດເປີດກວ້າງ ແລະຫັນການລົງທຶນເປັນຫຼາຍຮູບຫຼາຍແບບ, ພິເສດແມ່ນບັນດາຂົງເຂດໃໝ່, ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ຄື: ເສດຖະກິດສີຂຽວ, ເສດຖະກິດໝູນວຽນ,... ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສົມທົບກັນສະກັດກັ້ນ, ຕ້ານອາດຊະຍາກຳຂ້າມຊາຍແດນ, ໃນນັ້ນມີອາດຊະຍາກຳທາງອິນເຕີແນັດ, ອາດຊະຍາກຳເຕັກໂນໂລຢີສູງ, ການຄ້າມະນຸດ; ສົ່ງເສີມຊຸກຍູ້ການເຊື່ອມຕໍ່ດ້ານການບິນ, ເພີ່ມທະວີການຮ່ວມມືໃນຂົງເຂດກະສິກຳ, ສິນໃນນໍ້າ, ການສຶກສາ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn

ສອງຝ່າຍໄດ້ປຶກສາຫາລືບັນດາບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນດາບັນຫາທະເລຕາເວັນອອກ ແລະມຽນມາ; ໃຫ້ຄຳໝັ້ນສັນຍາສືບຕໍ່ສົມທົບກັນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາອົງການຈັດຕັ້ງ ແລະເວທີປາໄສຫຼາຍຝ່າຍ; ເຫັນດີສົມທົບກັນຮັກສາຄວາມສາມັກຄີ ແລະບັນດາຫຼັກການທີ່ໄດ້ເຫັນດີເປັນເອກະພາບຂອງອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ ເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນຢູ່ພາກພື້ນ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ຊຸກຍູ້ການຜັນຂະຫຍາຍຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະມີປະສິດທິຜົນ, ຕັ້ງໜ້າຊຸກຍູ້ ແລະບັນລຸກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໄດ້ຢ່າງແທດຈິງ ແລະມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ ແລະ UNCLOS 1982.

ໂດຍ: ທະນາພອນ