leftcenterrightdel
ຫວຽດນາມ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ-ລັດເຊຍ ຄັ້ງທີ 20. ພາບ: baochinhphu.vn

ຫວ່າງແລ້ວນີ້, ຢູ່ນະຄອນ Saint Peterburg (ປະເທດລັດເຊຍ), ທ່ານ ໂດ໋ຮຸ່ງຫວຽດ, ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ, ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສ ອາຊີຕາເວັນອອກສ່ຽງໃຕ້ (SOM ASEAN) ຂອງ ຫວຽດນາມ, ພ້ອມກັບບັນດາຫົວໜ້າ SOM, ຫົວໜ້າຄະນະຜູ້ແທນບັນດາປະເທດອາຊຽນ ແລະລັດເຊຍ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ-ລັດເຊຍ ຄັ້ງທີ 20.

ໂດຍຕາງໜ້າໃຫ້ອາຊຽນ ກ່າວຄຳເຫັນກ່ຽວກັບການຮັດແຄບຊ່ອງຫວ່າງການພັດທະນາ, ເຊື່ອມຕໍ່ ແລະພັດທະນາອະນຸພາກພື້ນ, ທ່ານຮອງລັດຖະມົນຕີ ໂດ໋ຮຸ່ງຫວຽດ ເນັ້ນໜັກວ່າ ນີ້ຍາມໃດກໍ່ແມ່ນບັນດາເນື້ອໃນຮັບບຸລິມະສິດຂອງອາຊຽນ ໃນສັງລວມຄວາມມານະພະຍາຍາມສ້າງປະຊາຄົມ, ລໍຄອຍໃນໄລຍະຈະມາເຖິງ ລັດເຊຍ ຈະເອົາໃຈໃສ່ ແລະປະກອບສ່ວນຢ່າງມີປະສິດທິຜົນກວ່າອີກເຂົ້າໃນບັນດາຄວາມມານະພະຍາຍາມໃຫ້ບຸລິມະສິດນີ້ຂອງອາຊຽນ.

ທ່ານຮອງລັດຖະມົນຕີ ໂດ໋ຮຸ່ງຫວຽດ ກໍ່ສະເໜີບັນດາການກຳນົດທິດ, ມາດຕະການຊຸກຍູ້ການຮ່ວມມືສອງຝ່າຍ, ໃນນັ້ນສົມທົບກັນປະຕິບັດຂໍ້ລິເລີ່ມຮ່ວມສຳພັນ ອາຊຽນ (IAI) ແລະແຜນການສັງລວມກ່ຽວກັບການເຊື່ອມຕໍ່ອາຊຽນ 2025 (MPAC 2025) ຢ່າງມີປະສິດທິຜົນ, ໜູນຊ່ວຍບັນດາປະເທດ, ເຂດແຄ້ວນດ້ອຍພັດທະນາແກ້ໄຂບັນດາສິ່ງທ້າທາຍລວມ.

ໂດຍ: ກວ໊ຽດເຕິມ