ບັນດາສະຫາຍການນໍາພັກ FLN ຕີລາຄາສູງຜົນງານອັນສຳຄັນໃນການກໍ່ສ້າງພັກ, ພັດທະນາປະເທດຊາດ, ຍົກສູງຖານະບົດບາດ ແລະອິດທິພົນຊື່ສຽງສາກົນຂອງຫວຽດນາມ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ເຊິ່ງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນຜູ້ນໍາໜ້າ. ຝ່າຍ ອານເຊຣີ ຊົມເຊີຍປະຊາຊົນຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ ແລະ 134 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ໃນເດືອນພຶດສະພາຈະມາເຖິງນີ້; ເນັ້ນໜັກເຖິງສາຍພົວພັນທີ່ເປັນມູນເຊື້ອອັນດີງາມ, ມາແຕ່ດົນນານລະຫວ່າງພັກ FLN ແລະພັກກອມມູນິດຫວຽດນາມ ເຊິ່ງໄດ້ຮັບການສ້າງຕັ້ງນັບແຕ່ປີ 1955.

leftcenterrightdel
ບັນຍາກາດທີ່ການໂອ້ລົມສົນທະນາຜ່ານວີດີໂອທາງໄກ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ເລຮ່ວາຍຈູງ ໄດ້ແລກປ່ຽນກ່ຽວກັບແນວທາງ ແລະຜົນງານຂອງຫວຽດນາມ ໃນເກືອບ 40 ປີຜ່ານມາ ແລະບັນດາໝາກຜົນສຳຄັນໃນເຄິ່ງອາຍຸການທີ່ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ການກໍ່ສ້າງພັກ ແລະປັບປຸງລະບົບການເມືອງໃຫ້ສົມບູນ.

ສອງຝ່າຍເຫັນດີເປັນເອກະສັນເພີ່ມທະວີການຮ່ວມມືຜ່ານການຊຸກຍູ້ການແລກປ່ຽນ, ການພົບປະໃນທຸກຂັ້ນ, ການແບ່ງປັນບົດຮຽນປະສົບການໃນຂົງເຂດຕ່າງໆ, ປະກອບສ່ວນພັດທະນາການນຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ, ເປີດກວ້າງການພົບປະແລກປ່ຽນລະຫວ່າງປະຊາຊົນ, ສົມທົບກັນຢູ່ບັນດາເວທີປາໄສສາກົນ. ສອງຝ່າຍກໍ່ເຫັນດີເປັນເອກະພາບຈະແລກປ່ຽນເພື່ອລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສອງພັກ, ປະກອບສ່ວນສ້າງພື້ນຖານການເມືອງອັນໜັກແໜ້ນໃຫ້ແກ່ການພົວພັນລະຫວ່າງສອງປະເທດ.

ໂດຍ: ທູຈາງ