ຂີດໝາຍປະຫວັດສາດໃນພາລະກິດແຫ່ງການສ້າງສາ ແລະຮັກສາປະເທດຊາດ

leftcenterrightdel
ຜູ້ແທນເຂົ້າຮ່ວມພິທີສະເຫຼີມສະຫຼອງ. ພາບ: qdnd.vn

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈິ່ນລືວກວາງ ຢືນຢັນວ່າ: ສັນຍາເຊີແນວ ແມ່ນຂີດໝາຍປະຫວັດສາດໃນພາລະກິດແຫ່ງການຕໍ່ສູ້, ສ້າງສາ ແລະປົກປັກຮັກສາປະເທດຊາດຂອງຊາດຫວຽດນາມ. ເປັນຄັ້ງທຳອິດໃນປະຫວັດສາດ, ບັນດາສິດຊົນຊາດພື້ນຖານຂອງຫວຽດນາມ ແມ່ນເອກະລາດ, ອະທິປະໄຕ, ເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນໄດ້ຮັບການຢືນຢັນຢ່າງເປັນທາງການໃນສົນທິສັນຍາສາກົນ ແລະບັນດາປະເທດ, ບັນດາຝ່າຍທີ່ເຂົ້າຮ່ວມກອງປະຊຸມໄດ້ຮັບຮູ້ ແລະເຄົາລົບ.

leftcenterrightdel

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈິ່ນລືວກວາງ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ. ພາບ: qdnd.vn

ຜ່ານກອງປະຊຸມເຊີແນວ, ຫວຽດນາມ ໄດ້ສະແດງໃຫ້ເຫັນມະໂນພາບທີ່ສະຫວ່າງສະໄຫວ, ຄຸນທາດ ແລະສີສັນທາງການທູດຂອງຫວຽດນາມ ໃນສະໄໝໂຮ່ຈີມິນ, ເປັນການຢືນຢັນຢ່າງແຂງແຮງກ່ຽວກັບສານປະເທດຫວຽດນາມ ທີ່ຮັກຫອມສັນຕິພາບ, ເຄົາລົບຄວາມຍຸດຕິທຳ ແລະຄວາມເປັນທຳ; ມີເຈດຈຳນວນທີ່ອົງອາດກ້າແກ່ນໃນການປົກປັກຮັກສາເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນ; ພ້ອມແລ້ວທີ່ຈະຮ່ວມມືສ້າງມິດຕະພາບກັບທຸກປະເທດ ແລະທຸກຊົນຊາດໃນໂລກ. ໄຊຊະນະຂອງກອງປະຊຸມເຊີແນວ ໄດ້ສ້າງແຫຼ່ງລະດົມກຳລັງໃຈອັນໃຫຍ່ຫຼວງໃຫ້ແກ່ຂະບວນການຕໍ່ສູ້ປົດປ່ອຍຊາດໃນທົ່ວ 5 ທະວີບ, ເພື່ອເອກະລາດ, ອິດສະຫຼະພາບ, ສັນຕິພາບ, ປະຊາທິປະໄຕ, ຄວາມກ້າວໜ້າ ແລະຄວາມຍຸຕິທຳທາງສັງຄົມ, ເປີດສາກການພັງທະລາຍຂອງລະບອບລ່າເມືອງຂຶ້ນແບບເກົ່າໃນທົ່ວໂລກ.

leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ. ພາບ: qdnd.vn

ໃນແງ່ມູນການທູດ, ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ເນັ້ນໜັກວ່າ ກອງປະຊຸມເຊີແນວ ແມ່ນກອງປະຊຸມສາກົນຫຼາຍຝ່າຍຂະໜາດໃຫຍ່ຄັ້ງທຳອິດທີ່ ຫວຽດນາມ ເຂົ້າຮ່ວມການເຈລະຈາ ແລະລົງນາມໃນສົນທິສັນຍາສາກົນໂດຍກົງດ້ວຍການເຂົ້າຮ່ວມຂອງບັນດາປະເທດມະຫາອຳນາດ. ໃນການເຂົ້າຮ່ວມຄັ້ງທຳອິດນີ້, ການທູດປະຕິວັດຂອງຫວຽດນາມ ໄດ້ຢືນຢັນເຖິງເນື້ອແທ້, ສະຕິປັນຍາ, ຄຸນທາດ ແລະວາດຊົງຂອງປະເທດຊາດທີ່ມີອາລິຍະທຳນັບພັນປີ ແລະຖານະທີ່ຕັ້ງຂອງປະເທດທີ່ມີເອກະລາດ, ອະທິປະໄຕ ແລະຮັກຫອມສັນຕິພາບ. ສັນຍາເຊີແນວ ແມ່ນໄຊຊະນະທີ່ມີຄວາມໝາຍແຫ່ງຍຸກສະໄໝ, ເພາະວ່ານີ້ບໍ່ພຽງແຕ່ແມ່ນໄຊຊະນະຂອງປະຊາຊົນຫວຽດນາມ ແລະ 3 ປະເທດອິນດູຈີນ ເທົ່ານັ້ນ, ຫາກຍັງແມ່ນໄຊຊະນະລວມຂອງຊົນຊາດທີ່ຖືກກົດຂີ່ອີກດ້ວຍ. ໄປຄຽງຄູ່ກັບໄຊຊະນະດ້ຽນບຽນຝູ, ສັນຍາເຊແນວ ໄດ້ລະດົມກໍາລັງໃຈບັນດາປະເທດຫົວເມືອງຂຶ້ນ ແລະປະຊາຊົນທີ່ຮັກຫອມສັນຕິພາບໃນທົ່ວໂລກມີຄວາມເຊື່ອໝັ້ນຕໍ່ຄວາມເປັນທຳ, ຫຼັກສິນທຳ ແລະຄວາມຍຸຕິທຳຢ່າງແຂງແຮງ, ລຸກຮືຂຶ້ນຕໍ່ສູ້ໂຄ່ນລົ້ມລັດທິລາເມືອງຂຶ້ນໃນທົ່ວໂລກ.

ສະແດງໃຫ້ເຫັນສີສັນທີ່ເປັນເອກະລັກຂອງການທູດຫວຽດນາມ

ໄຊຊະນະຂອງຫວຽດນາມ ທີ່ກອງປະຊຸມເຊີແນວ ແມ່ນເລີ່ມມາຈາກເສັ້ນທາງປະຕິວັດອັນຖືກຕ້ອງ ແລະການນໍາພາອັນສະຫຼາດສ່ອງໃສຂອງພັກ ແລະປະທານໂຮ່ຈີມິນ; ຈາກຄວາມປາຖະໜາອັນແຮງກ້າຢາກມີສັນຕິພາບ, ລັດທິຮັກຊາດ, ວິລະຊົນປະຕິວັດ, ພ້ອມກັບສະຕິປັນຍາ ແລະຄຸນທາດຂອງຊາດຫວຽດນາມ. ສັນຍາເຊີແນວ ແມ່ນໝາກຜົນແຫ່ງການຕໍ່ສູ້ຢ່າງຫຍຸ້ງຍາກລໍາບາກ ແລະການເສຍສະຫຼະອັນໃຫຍ່ຫຼວງຂອງທະຫານ ແລະປະຊາຊົນ, ຈາກໄຊຊະນະບັ້ນຮົບຫວຽດບັກ ລະດູໃບໄມ້ຫຼົ່ນ - ລະດູໜາວປີ 1947 ເຖິງບັ້ນຮົບເຂດຊາຍແດນ 1950 ແລະການບຸກໂຈມຕີຍຸດທະສາດລະດູໜາວ 1953-1954 ໂດຍມີຈຸດສູງສຸດແມ່ນໄຊຊະນະດ້ຽນບຽນຝູ.

leftcenterrightdel

ພິທີສະເຫຼີມສະຫຼອງມີການເຂົ້າຮ່ວມຂອງຜູ້ແທນພາຍໃນ ແລະຕ່າງປະເທດເປັນຈໍານວນຫຼວງຫຼາຍ. ພາບ: qdnd.vn

ຂະບວນການເຈລະຈາ, ລົງນາມ ແລະປະຕິບັດສັນຍາ ເຊີແນວ ແມ່ນປື້ມຄູ່ມືທີ່ປະກອບດ້ວຍຫຼາຍບົດຮຽນອັນເລິກເຊິ່ງ, ສະແດງໃຫ້ເຫັນສີສັນທີ່ເປັນເອກະລັກຂອງແນວໂນ້ມການຕ່າງປະເທດ ແລະການທູດຫວຽດນາມ ໄດ້ຮັບການສືບທອດ ແລະໝູນໃຊ້ຢ່າງມີຫົວຄິດປະດິດສ້າງ ແລະພັດທະນາໃນວິວັດການເຈລະຈາ, ລົງນາມ, ການປະຕິບັດສັນຍາປາຣີ ປີ 1973 ກໍ່ຄືໃນການສ້າງສາ, ພັດທະນາປະເທດ ແລະປົກປັກຮັກສາປະເທດຊາດໃນປະຈຸບັນ.

ແປວໄຟເຍືອງທາງການປະຕິວັດອິນດູຈີນ

leftcenterrightdel
ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ. ພາບ: qdnd.vn

ໂດຍສະແດງຄວາມເປັນກຽດທີ່ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ, ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ໄດ້ແບ່ງປັນວ່າ: ສັນຍາເຊີແນວປີ 1954 ໄດ້ສະແດງໃຫ້ເຫັນຄວາມສະຫຼາດສ່ອງໄສ ແລະໄຫວພິບໃນແນວທາງແຫ່ງການຕໍ່ສູ້ທັງດ້ານການທະຫານ, ການເມືອງ, ການທູດ. ບົດຮຽນໃນການຕໍ່ສູ້ທີ່ກອງປະຊຸມເຊີແນວ ແລະປະສົບການບົດຮຽນຂອງບັ້ນຮົບດ້ຽນບຽນຝູ ໄດ້ກາຍເປັນແປວໄຟທີ່ແຮງກ້າ ເພື່ອນໍາພາການປະຕິວັດ, ນໍາພາຂະບວນການຕໍ່ສູ້ທາງດ້ານການທະຫານ ແລະການເມືອງໃນຫຼາຍປີຕໍ່ມາ, ໃນທີ່ສຸດກໍ່ພາໄປເຖິງການປົດປ່ອຍສາມປະເທດອິນດູຈີນຢ່າງສົມບູນ. ສາມປະເທດ ລາວ, ຫວຽດນາມ ແລະ ກຳປູເຈຍ ໄດ້ພ້ອມກັນຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນ ຝະຣັ່ງ ທີ່ຮຸກຮານໃນເມື່ອກ່ອນ, ມາຮອດປະຈຸບັນການພົວພັນຮ່ວມມືຍິ່ງຈະນັບມື້ນັບຮັດແໜ້ນ, ສະໜັບສະໜູນ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນໃນພາລະກິດປົກປັກຮັກສາເອກະລາດ, ອິດສະຫຼະພາບຂອງປະເທດຊາດ, ສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາເສດຖະກິດ, ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພັດທະນາ, ຄວາມໝັ້ນຄົງ ແລະສັນຕິພາບຢູ່ໃນໂລກ.

leftcenterrightdel
ທ່ານນາງ Chea Kimtha ເອກອັກຄະລັດຖະທູດ ກຳປູເຈຍ ປະຈຳຫວຽດນາມ. ພາບ: qdnd.vn

ກ່າວຄຳເຫັນທີ່ພິທີ, ທ່ານນາງ Chea Kimtha ເອກອັກຄະລັດຖະທູດກຳປູເຈຍ ປະຈຳຫວຽດນາມ ໄດ້ສະແດງຄວາມເຄົາລົບ ແລະຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ບັນດາວິລະຊົນ, ນັກຮົບ ແລະປະຊາຊົນ 3 ປະເທດໃນເວລານັ້ນທີ່ບໍ່ວາດຫວັ່ນຕໍ່ການເສຍສະຫຼະເລືອດເນື້ອເພື່ອຕໍ່ສູ້ຍາດເອົາເອກະລາດ, ອິດສະຫຼະພາບ, ເອກະພາບ ແລະຄວາມຈະເລີນຮຸ່ງເຮືອງຂອງສາມປະເທດອ້າຍນ້ອງ. ການລົງນາມໃນສັນຍາເຊີແນວແມ່ນບາດກ້າວສຳຄັນ ເພື່ອມຸ່ງໄປເຖິງການສ້າງສັນຕິພາບໃນພາກພື້ນຄືນໃໝ່. ພາຍຫຼັງສັນຍາດັ່ງກ່າວໄດ້ຮັບການລົງນາມແລ້ວ, ທັງກຳປູເຈຍ, ຫວຽດນາມ ແລະລາວ ຍັງບໍ່ທັນມີສັນຕິພາບໃນທັນທີ, ເຊິ່ງຍັງຕ້ອງປະເຊີນໜ້າກັບບັນດາເຫດການທີ່ບໍ່ອາດຄາດຄິດ, ກໍ່ຄືສົງຄາມທີ່ແກ່ຍາວ ໄດ້ເກີດຂຶ້ນໃນຊຸມປີຕໍ່ໜ້າ. ເຖິງຢ່າງໃດກໍ່ຕາມ, 3 ປະເທດຍາມໃດກໍ່ຄຽງບ່າຄຽງໄຫຼ່ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນ ໃນພາລະກິດສາມັກຄີຊົນຊາດ ແລະທ້ອນໂຮມປະເທດຊາດເປັນເອກະພາບ. ສາມປະເທດອ້າຍນ້ອງສືບຕໍ່ໜູນຊ່ວຍເຊິ່ງກັນ ແລະກັນໃນຂອບເຂດສອງຝ່າຍ ແລະຫຼາຍຝ່າຍ, ເພື່ອແນໃສ່ຟື້ນຟູປະເທດຊາດ ແລະພັດທະນາເສດຖະກິດ-ສັງຄົມຢ່າງບໍ່ຢຸດຢັ້ງ ບົນເນື້ອໃນຈິດໃຈ “ປະເທດບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍາວນານ”. ທ່ານນາງເອກອັກຄະລັດຖະທູດ  Chea Kimtha ເນັ້ນໜັກວ່າ: ປະຈຸບັນ, ກຳປູເຈຍ, ຫວຽດນາມ ແລະລາວ ໄດ້ສ້າງປະຫວັດສາດໜ້າໃໝ່, ໝັ້ນໃຈກ້າວຂຶ້ນປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ ແລະການຮ່ວມມືສາກົນ ກໍ່ຄືພັດທະນາເສດຖະກິດ ພາກພື້ນ ແລະທົ່ວໂລກເວົ້າລວມ.

ໂດຍ: ທະນາພອນ