ໂດຍແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາຂອງຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະເໜີໃຫ້ WB ເພີ່ມການອຸປະຖໍາແຫຼ່ງທຶນໃຫ້ຫວຽດນາມ, ສຸມໃສ່ບັນດາໂຄງການຈຸດສຸມລະດັບຊາດທີ່ມີຂະໜາດໃຫຍ່ ຄື: ໂຄງການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ການພັດທະນາຄົມມະນາຄົມຍຸດທະສາດ, ເສັ້ນທາງລົດໄຟໃນຕົວເມືອງ, ພະລັງງານທົດແທນ, ສາຍສົ່ງໄຟຟ້າ, ກະສິກໍາສະຫຼາດ, ການປ່ອຍອາຍພິດກາກບອນຕ່ໍາ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານນາງ Carolyn Turk, ຜູ້ອຳນວຍການທະນາຄານໂລກ (WB) ປະຈຳ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ອວຍພອນໃຫ້ທ່ານນາງ Carolyn Turk ປະສົບຜົນສຳເລັດໃນຖານະຕຳແໜ່ງໃໝ່, ສືບຕໍ່ປະກອບສ່ວນ, ໜູນຊ່ວຍການຮ່ວມມື, ພັດທະນາການພົວພັນ WB - ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ປາດຖະໜາຢາກຕ້ອນຮັບທ່ານນາງ Carolyn Turk ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນໄລຍະຈະມາເຖິງໂດຍໄວ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືລະຫວ່າງ WB ແລະ ຫວຽດນາມ ໃຫ້ພັດທະນາຢ່າງແທດຈິງ, ມີປະສິດທິຜົນກວ່າອີກ.

ທ່ານນາງ Carolyn Turk ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານ, ທ່ານນາຍົກລັດຖະມົນຕີ ແລະບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນຫວຽດນາມ ທີ່ໄດ້ສະໜັບສະໜູນ, ຊ່ວຍເຫຼືອ WB ແລະສ່ວນຕົວທ່ານນາງໃນໄລຍະທີ່ປະຕິບັດໜ້າທີ່ຢູ່ຫວຽດນາມ. ທ່ານນາງ Carolyn Turk ຢືນຢັນວ່າ, ດ້ວຍພື້ນຖານການຮ່ວມມືກັບຫວຽດນາມ ໃນຕະຫຼອດໄລຍະ 30 ປີຜ່ານມາ, WB ຈະສືບຕໍ່ຮ່ວມເດີນທາງ ແລະພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ໃນການໃຫ້ຄຳປຶກສາດ້ານນະໂຍບາຍ, ເຕັກນິກ ແລະການເງິນໃຫ້ຫວຽດນາມ ບົນເສັ້ນທາງແຫ່ງການພັດທະນາ.

ໂດຍ: ຈາງຫງວຽນ