leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ກ່າວຄໍາເຫັນທີ່ສະຖາບັນ Brookings. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ສະຖາບັນ Brookings, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ມີບົດກ່າວຄໍາເຫັນສໍາຄັນ ແລະຕອບຫຼາຍຄໍາຖາມຂອງບັນດາຜູ້ຮ່ວມປະຊຸມ. ທ່ານ ບຸ່ຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ປະຕິບັດແນວທາງການຕ່າງປະເທດຢ່າງສະເໝີຕົ້ນສະເໝີປາຍ, ເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ, ຫັນການພົວພັນຕ່າງປະເທດ ເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ; ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ; ເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນປະຊາຄົມສາກົນ. ພິເສດ, ທ່ານລັດຖະມົນຕີ ເນັ້ນໜັກວ່າ ຫວຽດນາມ ຈະສືບຕໍ່ປະຕິບັດແນວທາງການທູດຕົ້ນໄມ້ໄຜ່ຫວຽດນາມ “ຮາກໝັ້ນ, ລໍາແຂງ, ງ່າອ່ອນຊ້ອຍ” ເພື່ອຮັບມືກັບບັນດາສິ່ງທ້າທາຍ ແລະຮັກສາສະພາບແວດລ້ອມການຕ່າງປະເທດສະດວກ ໃຫ້ແກ່ການພັດທະນາປະເທດ.

ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ເນັ້ນໜັກວ່າ ເພື່ອບັນລຸໄດ້ບັນດາເປົ້າໝາຍພັດທະນາເຖິງປີ 2030 ແລະ 2045 ເຊິ່ງ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ວາງອອກ, ນອກຈາກຄວາມມານະພະຍາຍາມ, ເປັນເຈົ້າການ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລ້ວ, ຫວຽດນາມ ຢາກມີສະພາບແວດລ້ອມການຕ່າງປະເທດສັນຕິພາບ, ສະຖຽນລະພາບ ແລະການຮ່ວມມື, ໜູນຊ່ວຍຢ່າງຕັ້ງໜ້າຂອງບັນດາຄູ່ຮ່ວມມືສໍາຄັນ, ໃນນັ້ນມີ ອາເມລິກາ. ດ້ວຍຈິດໃຈນັ້ນ, ທ່ານລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສໍາຄັນທີ່ສຸດຂອງຫວຽດນາມ.

ໃນໄລຍະຈະມາເຖິງ, ເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອາເມລິກາ ເລິກເຊິ່ງຂຶ້ນຕື່ມ, ທ່ານ ບຸ່ຍແທັງເຊີນ ຖືວ່າ ສອງປະເທດຕ້ອງເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ໂດຍສະເພາະແມ່ນເຄົາລົບລະບອບການເມືອງຂອງກັນ; ສືບຕໍ່ຖືການຮ່ວມມືທາງດ້ານເສດຖະກິດ-ການຄ້າ-ການລົງທຶນແມ່ນຈຸດສຸມ; ຊຸກຍູ້ການຮ່ວມມືທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະປ່ຽນແປງໃໝ່ປະດິດສ້າງລວມມີລະບົບນິເວດ Semiconductor... 

ໂດຍ: ໄຊຊະນະ