ເພີ່ມທະວີການແລກປ່ຽນ, ສືບຕໍ່ຊຸກຍູ້ການຮ່ວມມືສອງຝ່າຍລະຫວ່າງຫວຽດນາມ-ອາເມລິກາ
ກປ.ອອນໄລ - ວັນທີ 13 ມີນາ, ຢູ່ນະຄອນຫຼວງວໍຊິງຕັນ ດີຊີ, ໃນຂອບເຂດການເຄື່ອນໄຫວສອງຝ່າຍຢູ່ອາເມລິກາ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ ຄັ້ງທີ 68 ຄະນະກຳມະການຖານະຕຳແໜ່ງແມ່ຍິງຂອງສະພາເສດຖະກິດ ແລະສັງຄົມ ສະຫະປະຊາຊາດ, ທ່ານນາງ ຫວໍທິແອັງຊວນ ຮອງປະທານປະເທດຫວຽດນາມ ໄດ້ພົບປະກັບທ່ານນາງ Patty Murray ປະທານຜູ້ປະຈໍາການສະພາສູງອາເມລິກາ.
ທີ່ການພົບປະ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ຢັ້ງຢືນວ່າ ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍໃນການປະຕິບັດນະໂຍບາຍພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນກໍ່ຄືໃນໂລກ. ທ່ານນາງຮອງປະທານປະເທດ ສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທີ່ເປັນການນຳ ແລະສະມາຊິກລັດຖະສະພາແຫ່ງຊາດ ເພື່ອປັບປຸງຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ປັດໄຈຈຳເປັນເພື່ອເພີ່ມທະວີການຮ່ວມມືສອງຝ່າຍ; ເນັ້ນໜັກວ່າ, ຫວຽດນາມ ພ້ອມແລ້ວທີ່ຈະເຈລະຈາ, ແລກປ່ຽນກັບອາເມລິກາ ກ່ຽວກັບບັນຫາທີ່ຍັງເຫັນແຕກຕ່າງ; ສະເໜີໃຫ້ລັດຖະບານ ແລະສະພາແຫ່ງຊາດ ອາເມລິກາ ສືບຕໍ່ໃຫ້ບຸລິມະສິດສູງໃນການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ສ້າງຄວາມສະດວກໃຫ້ແກ່ການພົວພັນດ້ານການຄ້າ, ການລົງທຶນກັບຫວຽດນາມ, ຮັບຮອງເອົາຫວຽດນາມ ມີພື້ນຖານເສດຖະກິດຕະຫຼາດໂດຍໄວ.
    |
 |
ທ່ານນາງ ຫວໍທິແອັງຊວນ ຮອງປະທານປະເທດຫວຽດນາມ ພົບປະກັບທ່ານນາງ Patty Murray ປະທານຜູ້ປະຈໍາການສະພາສູງອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ. |
ສ່ວນທ່ານນາງ Patty Murray ກໍ່ສະແດງຄວາມສົນໃຈຢາກຊອກຮູ້ກ່ຽວກັບສະພາບການ ແລະທັດສະນະນະໂຍບາຍຂອງຫວຽດນາມ ໃນການພັດທະນາແບບຍືນຍົງຢູ່ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເສີມຂະຫຍາຍບົດບາດຂອງແມ່ຍິງ, ຮັບມືກັບສິ່ງທ້າທາຍສໍາລັບສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.
ຕອນບ່າຍວັນດຽວກັນ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ໄດ້ໃຫ້ການຕ້ອນຮັບທ່ານນາງ Elizabeth M.Allen ຮອງລັດຖະມົນຕີການຕ່າງປະເທດອາເມລິກາ ຮັບຜິດຊອບການພົວພັນມະຫາຊົນ ແລະເປັນສັກຂີພິຍານພິທີລົງນາມບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືກ່ຽວກັບວັດທະນະທຳ ແລະການພົວພັນປະຊາຊົນລະຫວ່າງກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ກັບກະຊວງການຕ່າງປະເທດອາເມລິກາ.
ໂດຍ: ເຈິ່ນຮວ່ຽນ