ກ່າວຄຳເຫັນທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ຕີລາຄາຄວາມມານະພະຍາຍາມ, ຜົນງານດີເດັ່ນຂອງບັນດາສະມາຊິກສະພາແຫ່ງຊາດຍິງທີ່ເຄື່ອນໄຫວສະເພາະກິດ ຢູ່ຂັ້ນສູນກາງ ແລະບັນດາການນຳຍິງ, ຜູ້ຄຸ້ມຄອງຂັ້ນກົມຂອງຫ້ອງວ່າການສະພາແຫ່ງຊາດ, ສະຖາບັນຄົ້ນຄ້ວານິຕິບັນຍັດ; ຢືນຢັນວ່າ ສະພາແຫ່ງຊາດຍາມໃດກໍ່ເຊື່ອມຊືມແຜນນະໂຍບາຍຂອງພັກກ່ຽວກັບວຽກງານແມ່ຍິງ.

leftcenterrightdel
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະບັນດາຮອງປະທານສະພາແຫ່ງຊາດ ພ້ອມດ້ວຍບັນດາສະມາຊິກສະພາແຫ່ງຊາດຍິງ. ພາບ: ສໍານັກຂ່າວສານຫວຽດນາມ.

ເນັ້ນໜັກວ່າຕ້ອງສືບຕໍ່ວຽກງານຮັບປະກັນຄວາມສະເໝີພາບລະຫວ່າງຍິງຊາຍ, ທ່ານປະທານສະພາແຫ່ງຊາດ ຮຽກຮ້ອງໃຫ້ທຸກຂັ້ນ, ທຸກອົງການຍາມໃດກໍ່ຕ້ອງເຊື່ອມຊືມໃນຄວາມຮັບຮູ້, ຈີນຕະນາການເຖິງການກະທຳໃນການປະພຶດ ກໍ່ຄືໃນການມອບໝາຍໜ້າທີ່.

ທ່ານປະທານສະພາແຫ່ງຊາດ ກໍ່ຮຽກຮ້ອງຕ້ອງສືບຕໍ່ສົມທົບກັບບັນດາອົງການຈັດຕັ້ງກຳມະບານ ເພື່ອເພີ່ມທະວີການຈັດຕັ້ງບັນດາການເຄື່ອນໄຫວທ່ອງທ່ຽວ, ຄົ້ນຄ້ວາ, ສຳຫຼວດຕື່ມອີກ... ຄະນະພັກຂອງສະພາແຫ່ງຊາດກໍ່ຕ້ອງເອົາໃຈໃສ່ເຖິງວຽກງານພະນັກງານຍິງ, ເບິ່ງແຍງດູແລຊີວິດທາງດ້ານວັດຖຸ ແລະຈິດໃຈຂອງແມ່ຍິງ, ໃນນັ້ນມີນະໂຍບາຍເງິນເດືອນ; ມີແຜນການຍົກສູງຄຸນນະພາບ, ມີປະສິດທິຜົນຂອງກຸ່ມສະມາຊິກສະພາແຫ່ງຊາດຍິງ.

ທ່ານປະທານສະພາແຫ່ງຊາດ ເຊື່ອໝັ້ນວ່າ ບັນດາສະມາຊິກສະພາແຫ່ງຊາດຍິງຈະສືບຕໍ່ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ມີການປະກອບສ່ວນຫຼາຍຢ່າງເຂົ້າໃນການເຄື່ອນໄຫວຂອງສະພາແຫ່ງຊາດ, ພ້ອມກັນສ້າງຜົນງານອັນໃຫຍ່ຫຼວງເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າງາມ ແລະມຸ່ງໄປເຖິງການສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງສະພາແຫ່ງຊາດຫວຽດນາມ.

ໂດຍ: ຈາງຫງວຽນ