leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ  ແລະທ່ານ Anthony Albanese  ນາຍົກລັດຖະມົນຕີອົດສະຕາລີ ໃນການຢ້ຽມຢາມຫວຽດນາມ ເມື່ອເດືອນມິຖຸນາ  ປີ 2023. ພາບ: chinhphu.vn

ທ່ານເອກອັກຄະລັດຖະທູດ Goledzinowski ໃຫ້ຮູ້ວ່າ: ການຢ້ຽມຢາມມີຄວາມໝາຍສຳຄັນທີ່ສຸດໃນສະພາບທີ່ການພົວພັນລະຫວ່າງ ອົດສະຕາລີ ແລະຫວຽດນາມ ໃນໄລຍະຜ່ານມາໄດ້ພັດທະນາໃນຫຼາຍຂົງເຂດ. ທ່ານເອກອັກຄະລັດຖະທູດ Goledzinowski ຢືນຢັນວ່າ: “ອົດສະຕາລີ ຖືເປັນສຳຄັນການພົວພັນຮ່ວມມືກັບ ຫວຽດນາມ. ຂ້າພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມຈະເປັນຂີດໝາຍສຳຄັນສໍາລັບສອງປະເທດ, ຊ່ວຍໃຫ້ພວກເຮົາຍົກລະດັບການພົວພັນຄູ່ຮ່ວມມື ແລະກໍ່ແມ່ນໂອກາດເພື່ອໃຫ້ ອົດສະຕາລີ ຕອບຄືນການຕ້ອນຮັບອັນອົບອຸ່ນ ແລະສົມກຽດເຊິ່ງຫວຽດນາມ ໄດ້ສະຫງວນໃຫ້ບັນດາການນໍາຂອງອົດສະຕາລີ ໃນປີກາຍ”.

ໂດຍ: ທູຈາງ