ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຢືນຢັນວ່າ ຫວຽດນາມ ຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບລັດເຊຍ ເຊິ່ງການນຳ ແລະປະຊາຊົນ 2 ປະເທດຫຼາຍລຸ້ນຄົນໄດ້ກໍ່ສ້າງ; ເນັ້ນໜັກວ່າ ລັດເຊຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດອັນດັບໜຶ່ງໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ແລະທ່ານຮອງລັດຖະມົນຕີຜູ້ທີໜຶ່ງ ກະຊວງການຕ່າງປະເທດລັດເຊຍ V.Titov. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານຮອງລັດຖະມົນຕີ V.Titov ຢືນຢັນວ່າ ສະຫະພັນລັດເຊຍ ຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ; ຕີລາຄາສູງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະການແລກປ່ຽນຄະນະຜູ້ແທນທຸກຂັ້ນລະຫວ່າງສອງປະເທດເປັນປະຈຳ ກໍ່ຄືການພັດທະນາຫຼາຍຮູບຫຼາຍແບບຂອງການຮ່ວມມືສອງຝ່າຍ ແລະຫຼາຍຝ່າຍລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ ໃນໄລຍະຜ່ານມາ.

ສອງຝ່າຍເຫັນດີເປັນເອກະສັນສືບຕໍ່ສົມທົບກັນຜັນຂະຫຍາຍການຮ່ວມມືລະຫວ່າງສອງປະເທດເວົ້າລວມ ແລະລະຫວ່າງກະຊວງການຕ່າງປະເທດສອງປະເທດເວົ້າສະເພາະ ເພື່ອບັນລຸໄດ້ໝາກຜົນແທດຈິງ, ໂດຍສະເພາະແມ່ນການຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງສອງປະເທດຢ່າງມີປະສິດທິຜົນ, ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ແກ້ໄຂສິ່ງກີດຂວາງເພື່ອເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ການສຶກສາ - ບໍາລຸງສ້າງ, ປະກອບສ່ວນເຂົ້າໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ສະຫະພັນລັດເຊຍ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ໂດຍ: ໄຊນີດາ