ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ: ແຂວງຝູອຽນ ຕ້ອງນຳໃຊ້ທ່າໄດ້ປຽບເພື່ອພັດທະນາແຂງແຮງກ່ວາອີກ
ກປ.ອອນໄລ - ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ: ແຂວງ ຝູອຽນ ແມ່ນໜຶ່ງໃນບັນດາແຂວງແຄມທະເລພາກກາງດ້ວຍຫຼາຍປັດໄຈເປັນເອກະລັກສະເພາະ, ມີທີ່ຕັ້ງສຳຄັນທີ່ສຸດ...
ໂດຍສືບຕໍ່ການໄປປະຕິບັດງານຢູ່ບັນດາແຂວງເຂດແຄມທະເລຕອນໃຕ້ພາກກາງ, ຕອນບ່າຍວັນທີ 2 ມີນາ, ຢູ່ຫ້ອງການຄະນະພັກແຂວງ ຝູອຽນ ທີ່ນະຄອນ ຕຸຍຮ່ວາ, ທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ໄດ້ເຮັດວຽກກັບຄະນະປະຈຳພັກແຂວງ ຝູອຽນ.
    |
 |
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຮັດວຽກຢູ່ແຂວງຝູອຽນ. ພາບ: ສໍານັກຂ່າວສານຫວຽດນາມ |
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ: ແຂວງ ຝູອຽນ ແມ່ນໜຶ່ງໃນບັນດາແຂວງແຄມທະເລພາກກາງ ດ້ວຍຫຼາຍປັດໄຈເປັນເອກະລັກສະເພາະ, ມີທີ່ຕັ້ງສຳຄັນທີ່ສຸດ, ເປັນບ່ອນເຊື່ອມຕໍ່ລະຫວ່າງເຂດໄຕງວຽນ ແລະເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ, ໃກ້ກັບເສັ້ນທາງທະເລສາກົນ, ມີທ່າກ່ຳປັ່ນນ້ຳເລິກ. ແຂວງມີຫຼາຍເງື່ອນໄຂເພື່ອພັດທະນາອຸດສາຫະກຳກຳລັງໜູນ ຄື: ຫຼອມໂລຫະ, ກັ່ນນ້ຳມັນ, ພະລັງງານສະອາດ...
ທ່ານປະທານສະພາແຫ່ງຊາດ ຕັກເຕືອນວ່າ: ແຂວງ ຝູອຽນ ຕ້ອງນຳໃຊ້ທ່າໄດ້ປຽບເພື່ອພັດທະນາຢ່າງແຮງກ່ວາອີກ. ກ່ອນໜ້ານັ້ນ, ໃນຕອນບ່າຍວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ລົງກວດກາຄັນຄູຕ້ານການເຊາະເຈື່ອນ ຢູ່ແຄມທະເລ ຊ໋ອມໂຣ໋, ນະຄອນ ຕຸຍຮ່ວາ.
ໂດຍ: ກວຽດເຕິມ