ເມື່ອແບ່ງປັນກ່ຽວກັບຄວາມໝາຍຂອງການຢ້ຽມຢາມຄັ້ງນີ້, ທ່ານ ຟ້າມຮຸ່ງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາອົດສະຕາລີ ໃຫ້ຮູ້ວ່າ, ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ  ມີຄວາມໝາຍສຳຄັນພິເສດ; ຊ່ວຍສ້າງກຳລັງແຮງໃໝ່ໃຫ້ການພົວພັນສອງຝ່າຍ ຫວຽດນາມ - ອົດສະຕາລີ, ພ້ອມທັງປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ - ອົດສະຕາລີ; ຜ່ານນັ້ນປະກອບສ່ວນເຂົ້າໃນການຜັນຂະຫຍາຍແນວທາງນະໂຍບາຍການພົວພັນຕ່າງປະເທດຢ່າງມີປະສິດທິຜົນ, ຖືເປັນສໍາຄັນຕໍ່ການພັດທະນາການພົວພັນກັບພາກພື້ນ ເຊິ່ງກອງປະຊຸມໃຫຍ່ ຄັ້ງທີ  XIII ຂອງພັກ ໄດ້ວາງອອກ.

ເນື່ອງໃນໂອກາດນີ້, ຄາດວ່າສອງຝ່າຍຈະລົງນາມ ແລະແລກປ່ຽນເອກະສານຮ່ວມມືສຳຄັນຫຼາຍສະບັບໃນຂົງເຂດປ້ອງກັນຊາດ, ພະລັງງານ, ການຄ້າ, ທະນາຄານ, ການເງິນ, ການທູດ, ການສຶກສາ, ຕຸລາການ, ວິທະຍາສາດເຕັກໂນໂລຢີ... ໝາກຜົນຂອງການຢ້ຽມຢາມ ຈະປະກອບສ່ວນນຳການພົວພັນຫວຽດນາມ - ອົດສະຕາລີ ຂຶ້ນສູ່ລະດັບສູງໃໝ່.

ນຳການພົວພັນຫວຽດນາມ - ອົດສະຕາລີ ໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ

ຕາມທ່ານເອກອັກຄະລັດຖະທູດແລ້ວ, ການຢ້ຽມຢາມໄດ້ດຳເນີນໄປໃນສະພາບທີ່ປີ 2023, ເມື່ອສອງປະເທດຫາກໍ່ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 5 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ. ການຮ່ວມມືລະຫວ່າງສອງປະເທດ ນັບມື້ນັບມີປະສິດທິຜົນ ແລະກ້າວເຂົ້າສູ່ລວງເລິກ; ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງນັບມື້ນັບເພີ່ມຂຶ້ນ.

ບັນດາຂົງເຂດຮ່ວມມືດ້ານການເມືອງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເສດຖະກິດ, ການສຶກສາ-ກໍ່ສ້າງ, ການທ່ອງທ່ຽວ, ການບິນ... ມີການພັດທະນາຢ່າງວ່ອງໄວ ແລະ ຕັ້ງໜ້າ. ສອງປະເທດໄດ້ຜັນຂະຫຍາຍປະຕິບັດໂຄງການດຳເນີນງານ 2020-2023 ແລະ ໂຄງການຮ່ວມມືດ້ານເສດຖະກິດ (EEES) ຮອດປີ 2025 ຢ່າງມີປະສິດທິຜົນ, ນຳການຮ່ວມມືດ້ານການຄ້າກາຍເປັນຈຸດພົ້ນເດັ່ນເມື່ອໄດ້ເປັນ 1 ໃນ 10 ຄູ່ຮ່ວມມືການຄ້າແຖວໜ້າຂອງກັນ.

ປະຈຸບັນ, ລັດຖະບານອົດສະຕາລີ ຖືເປັນສຳຄັນທີ່ສຸດຕໍ່ການພັດທະນາການພົວພັນກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນມີຫວຽດນາມ; ຖືເປັນສຳຄັນຕໍ່ທີ່ຕັ້ງ ແລະບົດບາດໃຈກາງຂອງອາຊຽນ ເວົ້າລວມ ແລະຂອງຫວຽດນາມ ເວົ້າສະເພາະ. ກົງກັນຂ້າມ, ຫວຽດນາມ ກໍ່ຖືເປັນສໍາຄັນການພົວພັນກັບ ອົດສະຕາລີ ກໍຄືບົດບາດ ແລ ທີ່ຕັ້ງຂອງ ອົດສະຕາລີ ຢູ່ພາກພື້ນ.

leftcenterrightdel
ທ່ານ ຟ້າມຮຸ່ງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາອົດສະຕາລີ. ພາບ: baochinhphu.vn

ທ່ານ ເອກອັກຄະລັດຖະທູດ ຟ້າມຮຸ່ງເຕິມ ແບ່ງປັນວ່າ: “ດ້ວຍຄວາມຕັດສິນໃຈ ແລະ ເຈດຕະນາດີຂອງທັງສອງຝ່າຍ, ການຢ້ຽມຢາມອົດສະຕາລີ ຢ່າງເປັນທາງການຄັ້ງນີ້ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຈະປະກອບສ່ວນຊຸກຍູ້ບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອໃຫ້ຫຼາຍກວ່າອີກ; ພ້ອມກັນນັ້ນ ກໍ່ຊ່ວຍສ້າງກຳລັງແຮງໃຫ້ແກ່ບັນດາຂົງເຂດຮ່ວມມືໃໝ່ຄື: ການປ່ຽນແປງໃໝ່ປະດິດຄິດສ້າງ, ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ການຫັນເປັນດີຈີຕອນ, ການຫັນເປັນພະລັງງານສະອາດ, ການຮ່ວມມືໃນຂົງເຂດສິ່ງແວດລ້ອມ ແລະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ”.

ບັນດາຂົງເຂດນີ້ທັງແມ່ນທ່າແຮງຂອງອົດສະຕາລີ, ທັງເໝາະສົມກັບຄວາມຕ້ອງການ ແລະຄວາມສົນໃຈຂອງຫວຽດນາມ, ແມ່ນ “ກະແສລົມໃໝ່” ທີ່ສືບຕໍ່ນໍາການພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ.

ບັນດາເອກະສານ, ຂໍ້ຕົກລົງສຳຄັນສະບັບຕ່າງໆ ເຊິ່ງ 2 ຝ່າຍບັນລຸໄດ້ໃນການຢ້ຽມຢາມຄັ້ງນີ້ ຈະນຳການພົວພັນ ຫວຽດນາມ - ອົດສະຕາລີ ໃຫ້ຂຶ້ນສູ່ລະດັບສູງໃໝ່, ຊ່ວຍຫັນຈຸດປະສົງ, ຄາດໝາຍຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ປະກົດຜົນເປັນຈິງ ເຊິ່ງການນຳສອງປະເທດໄດ້ປະກາດກ່ອນໜ້ານີ້.

ບົດບາດຫຼັກແຫຼ່ງໃນການຊຸກຍູ້ການພົວພັນລະຫວ່າງ ອາຊຽນ-ອົດສະຕາລີ

ເມື່ອເຕື້ອງເຖິງການພົວພັນລະຫວ່າງອາຊຽນ - ອົດສະຕາລີ, ທ່ານເອກອັກຄະລັດຖະທູດ ຟ້າມຮຸ່ງເຕິມ ໃຫ້ຮູ້ວ່າ ອົດສະຕາລີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ມີມາແຕ່ດົນນານຂອງອາຊຽນ.

ລັດຖະບານອົດສະຕາລີ ຖືເປັນສຳຄັນຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບອາຊຽນ, ໃນນັ້ນສະໜັບສະໜູນບົດບາດໃຈກາງຂອງອາຊຽນ, ວິໄສທັດຂອງອາຊຽນ ກ່ຽວກັບພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ (AOIP) ແລະ ບັນດາລະບອບລະບຽບການໂດຍອາຊຽນ ຊັກນໍາ ຄື: EAS, ARF ແລະ ADMM+...

ຫວ່າງມໍ່ໆມານີ້, ລັດຖະບານອົດສະຕາລີ ໄດ້ປະກາດຍຸດທະສາດເສດຖະກິດອາຊີຕາເວັນອອກສ່ຽງໃຕ້ 2040 ດ້ວຍຫຼາຍມາດຕະການ ແລະຂໍ້ສະເໜີແນະລະອຽດເພື່ອແນໃສ່ເພີ່ມເຕີມການລົງທຶນ ແລະການຄ້າຂອງອົດສະຕາລີ ກັບພາກພື້ນອາຊຽນ.

ທ່ານເອກອັກຄະລັດຖະທູດ ຟ້າມຮຸ່ງເຕິມ ເນັ້ນໜັກວ່າ: “ໂດຍແມ່ນສະມາຊິກທີ່ຕັ້ງໜ້າ ແລະເປັນເຈົ້າການໃນອາຊຽນ, ພ້ອມທັງເປັນຄູ່ຮ່ວມມືສຳຄັນຂອງອົດສະຕາລີ ໃນພາກພື້ນ, ຫວຽດນາມ ຈະສືບຕໍ່ສະແດງໃຫ້ເຫັນບົດບາດຫຼັກແຫຼ່ງໃນການຊຸກຍູ້ການພົວພັນອາຊຽນ - ອົດສະຕາລີ, ໃນນັ້ນມີການສະໜັບສະໜູນການປະຕິບັດລາຍການ, ໂຄງການຮ່ວມມືທີ່ມີຢູ່ແລ້ວລະຫວ່າງສອງຝ່າຍ ກໍຄືຖະແຫຼງການ, ຂໍ້ຕົກລົງ ແລະຂໍ້ລິເລີ່ມທີ່ກ່ຽວຂ້ອງ ເຊິ່ງຈະໄດ້ຮັບການຮັບຮອງໃນກອງປະຊຸມຄັ້ງນີ້ ຢ່າງມີປະສິດທິຜົນ”.

ຍິ່ງໄປກວ່ານັ້ນ, ຫວຽດນາມ ກໍຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການສະໜັບສະໜູນ, ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນລະຫວ່າງອາຊຽນ ແລະອົດສະຕາລີ ໃຫ້ສົມກັບຂະໜາດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ-ອົດສະຕາລີ; ຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ການຮ່ວມມືດ້ານວັດທະນະທຳ, ການທ່ອງທ່ຽວ, ກິລາ, ແຮງງານ, ຮັດແຄບຊ່ອງຫວ່າງການພັດທະນາ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ກໍຄືການຮ່ວມມືເພື່ອຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນລະຫວ່າງສອງ ຝ່າຍ.

ໂດຍ: ທູຈາງ