leftcenterrightdel
ປະທານຄະນະກຳມະການປະສານງານຮ່ວມຂອງສາມປະເທດໄດ້ຈັບມືສະແດງຄວາມສາມັກຄີພາຍຫຼັງລົງນາມໃນບົດບັນທຶກກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມລ່ຽມພັດທະນາກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 13. ພາບ: ສໍານັກຂ່າວສານຫວຽດນາມ

ກອງປະຊຸມໄດ້ດຳເນີນໄປພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະການລົງທຶນລາວ; ທ່ານລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ຫງວຽນຈີຢຸງ ແລະທ່ານລັດຖະມົນຕີກະຊວງການຄ້າກຳປູເຈຍ Cham Nimul.

ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ຮັບຮູ້ການຮ່ວມມືຢ່າງຕັ້ງໜ້າຂອງ 3 ປະເທດໃນການຜັນຂະຫຍາຍບົດລາຍງານກວດກາຄືນສະພາບການປະຕິບັດແຜນສັງລວມພັດທະນາເສດຖະກິດ - ສັງຄົມຂອງເຂດສາມລ່ຽມພັດທະນາ CLV ຮອດປີ 2020 ແລະສະເໜີຮ່າງວິໄສທັດສາມລ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຮອດປີ 2030 ກໍ່ຄືຊຸມປີຈະມາເຖິງ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຈີຢຸງ ໃຫ້ຮູ້ວ່າ: ພາຍຫຼັງ 25 ປີແຫ່ງວັນສ້າງຕັ້ງເຂດສາມລ່ຽມພັດທະນາ, 3 ປະເທດ CLV ໄດ້ສົມທົບກັນຜັນຂະຫຍາຍການຮ່ວມມືລວມ, ໄດ້ ແລະພວມປະກອບສ່ວນກໍ່ສ້າງເຂດສາມລ່ຽມພັດທະນາ CLV ບໍ່ພຽງແຕ່ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ຫຼຸດຜ່ອນຄວາມທຸກຍາກ ແລະເພີ່ມທະວີການເຊື່ອມໂຍງເຂົ້າກັບພາກພື້ນເທົ່ານັ້ນ ຫາກຍັງຊຸກຍູ້ການພົບປະແລກປ່ຽນລະຫວ່າງສະພາແຫ່ງຊາດ, ລັດຖະບານ, ອົງການຈັດຕັ້ງ ແລະປະຊາຊົນ 3 ປະເທດຜ່ານການຮ່ວມມືຮອບດ້ານໃນບັນດາຂົງເຂດ ຄື: ຄົມມະນາຄົມຂົນສ່ົງ, ໂທລະຄົມມະນາຄົມ, ພະລັງງານ, ການຄ້າ, ການລົງທຶນ, ອຸດສາຫະກໍາ, ການເງິນທະນາຄານ, ກະສິກໍາ, ການທ່ອງທ່ຽວ, ການແພດ, ວັດທະນະທໍາ, ແຮງງານ, ການສຶກສາ, ສິ່ງແວດລ້ອມ, ວິທະຍາສາດ ແລະເຕັກໂນໂລຊີ.

leftcenterrightdel
ທ່ານລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ຫງວຽນຈີຢຸງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ຕາມທ່ານລັດຖະມົນຕີ ຫງວຽນຈີຢຸງ ແລ້ວ, ນອກຈາກການຮ່ວມມືພັດທະນາເສດຖະກິດ, 3 ປະເທດຍັງຕ້ອງສຸມໃສ່ເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບ-ການພົວພັນຕ່າງປະເທດ, ສັງຄົມ, ສິ່ງແວດລ້ອມ; ເພີ່ມທະວີການຮ່ວມມືລະຫວ່າງບັນດາແຂວງໃນພາກພື້ນ...

ສິ້ນສຸດກອງປະຊຸມ, ປະທານຄະນະກຳມະການປະສານງານຮ່ວມຂອງ 3 ປະເທດໄດ້ລົງນາມໃນບົດບັນທຶກກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມລ່ຽມພັດທະນາ CLV ຄັ້ງທີ 13, ຮຽກຮ້ອງບັນດາລັດຖະມົນຕີ, ອົງການຈັດຕັ້ງ, ທ້ອງຖິ່ນທີ່ກ່ຽວຂ້ອງຂອງ 3 ປະເທດຕັ້ງໜ້າຜັນຂະຫຍາຍບັນດາຄຳໝັ້ນສັນຍາທີ່ໄດ້ຍົກອອກມາໃນບົດລາຍງານນີ້.

ໂດຍ: ດັ້ງເກື່ອງ