ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ: ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນ ແລະຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອີຕາລີ ໃຫ້ເລິກເຊິ່ງກວ່າອີກ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມື, ນຳການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່ ເພື່ອເສີມຂະຫຍາຍທ່າແຮງຂອງແຕ່ລະຝ່າຍ, ໃນນັ້ນມີຂົງເຂດກະສິກຳ ກໍ່ຄືຜັນຂະຫຍາຍບັນດາໂຄງການຮ່ວມມືສອງຝ່າຍໃນຂົງເຂດອື່ນໆ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານລັດຖະມົນຕີກະຊວງກະສິກຳ, ອະທິປະໄຕສະບຽງອາຫານ ແລະປ່າໄມ້ອີຕາລີ Francesco Lollobrigida. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ຕີລາຄາສູງກະຊວງກະສິກຳ ແລະພັດທະນາຊົນນະບົດຫວຽດນາມ ແລະກະຊວງກະສິກຳ, ອະທິປະໄຕສະບຽງອາຫານ ແລະປ່າໄມ້ອີຕາລີ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື; ສະເໜີສອງກະຊວງຫັນເປັນລະອຽດ, ຜັນຂະຫຍາຍຢ່າງມີປະສິດທິຜົນ ເພື່ອສ້າງບາດກ້າວໃໝ່ໃນການຮ່ວມມືດ້ານກະສິກຳ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ຄົ້ນຄວ້າ, ເຊື່ອມຕໍ່ການຮ່ວມມືລະຫວ່າງພາກພື້ນຂອງ 2 ປະເທດໃນຂົງເຂດກະສິກຳ.

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ຝ່າຍ ອີຕາລີ ຊຸກຍູ້ສະຫະພາບເອີລົບ (ອີຢູ) ຍົກເລີກບັດເຫຼືອງກ່ຽວກັບການຫາປາຜິດກົດໝາຍ ແລະບໍ່ຖືກຕາມກຳນົດ (IUU) ສຳລັບສັດທະເລຫວຽດນາມ ໂດຍໄວ ແລະຊຸກຍູ້ການໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ - EU (EVIPA).

ກ່ຽວກັບບັນຫາພາກພື້ນ ແລະສາກົນ, ທ່ານນາຍົກລັດຖະມົນຕີ ສະເໜີ 2 ຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອພ້ອມກັນຮັບມື ແລະແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ ຄື: ການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງດ້ານສະບຽງອາຫານ, ຄວາມໝັ້ນຄົງແຫຼ່ງນ້ຳ.

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ຖືວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ ແລະສົມທົບກັນຊຸກຍູ້ການພົວພັນຄູ່ຮ່ວມມືພັດທະນາລະຫວ່າງອີຕາລີ ແລະອາຊຽນ ກໍ່ຄືຊຸກຍູ້ການພົວພັນລະຫວ່າງອີຕາລີ ແລະບັນດາປະເທດອາຟະລິກາ ແລະບັນດາປະເທດຜ່ານຮູບແບບການຮ່ວມມື 3 ຝ່າຍໃນການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ.

ທ່ານລັດຖະມົນຕີ ໃຫ້ຮູ້ວ່າ ອີຕາລີ ປາດຖະໜາຢາກ ແລະຊຸກຍູ້ເພື່ອກາຍເປັນຄູ່ຮ່ວມມືແຖວໜ້າຂອງຫວຽດນາມ ໃນ EU ໃນຂົງເຂດກະສິກຳ. ອີຕາລີ ຈະຕັ້ງໜ້າຊຸກຍູ້ບັນດາອົງການທີ່ກ່ຽວຂ້ອງຂອງ EU ໃນການຍົກເລີກບັດເຫຼືອງກ່ຽວກັບສິນທະເລຂອງຫວຽດນາມ ໃຫ້ໄວທີ່ສຸດ.

ໂດຍ: ໄຊນີດາ