ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ລົງຢ້ຽມຢາມ, ກວດກາກອງພົນໃຫຍ່ກໍາປັ່ນດໍານໍ້າ 189 ແລະເຮັດວຽກຢູ່ແຂວງແຄງຮວ່າ
ກປ.ອອນໄລ - ຕອນເຊົ້າວັນທີ 1 ມີນາ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະ ແລະຄະນະປະຕິບັດງານໄດ້ລົງຢ້ຽມຢາມ ແລະກວດກາຢູ່ກອງພົນໃຫຍ່ກໍາປັ່ນດໍານໍ້າ 189 (ເຫຼົ່າທັບເຮືອ) ແລະເຮັດວຽກຢູ່ແຂວງແຄງຮວ່າ.
ໂດຍໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 20 ມິຖຸນາ 2011, ກອງພົນໃຫຍ່ກໍາປັ່ນດໍານໍ້າ 189 ຂອງເຫຼົ່າທັບເຮືອໄດ້ເປັນເຈົ້າຂອງອາວຸດ, ອຸປະກອນເຕັກນິກ ແລະເປັນເຈົ້າຂອງກໍາປັ່ນດຳນ້ຳ Kilo-636 ທີ່ທັນສະໄໝໂດຍໄວ; ເສີມຂະຫຍາຍເຕັກນິກ ແລະຍຸດທະວິທີຂອງກໍາປັ່ນດຳນ້ຳຢ່າງເຖິງຖອງ, ກຽມພ້ອມຜັນຂະຫຍາຍການປະຕິບັດໜ້າທີ່ຖືກຕາມແນວຄວາມຄິດສູ້ຮົບຂອງຂັ້ນເທິງ; ນໍາໜ້າໃນການສ້າງກົມກອງເປັນກໍາລັງຫຼວງ, ເປັນເສນາທິການໃຫ້ຄະນະພັກ, ກອງບັນຊາການທະຫານເຫຼົ່າທັບ ແລະຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ກ່ຽວກັບແຜນນຳໃຊ້ກໍາປັ່ນດຳນ້ຳສູ້ຮົບຢ່າງມີປະສິດທິຜົນ, ປະກອບສ່ວນປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະ, ເຂດໄຫຼ່ທະວີບສັກສິດຂອງປະເທດຊາດ. ພາຍຫຼັງເກືອບ 15 ປີແຫ່ງການກໍ່ສ້າງ ແລະເຕີບໂຕ, ກອງພົນໃຫຍ່ໄດ້ຮັບລາງວັນອັນສູງສົ່ງຫຼາຍລາງວັນຈາກພັກ, ລັດ, ກະຊວງປ້ອງກັນປະເທດ.
    |
 |
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະ ມອບຂອງຂວັນໃຫ້ພະນັກງານ, ນັກຮົບກອງພົນໃຫຍ່ 198. ພາບ: ເລີມຫຽນ |
ຢ້ຽມຢາມ ແລະປຸກລະດົມໃຫ້ພະນັກງານ, ນັກຮົບ ແລະກວດກາຢ່າງໂດຍກົງການຝຶກອົບຮົມ ແລະກຽມພ້ອມສູ້ຮົບຂອງກອງພົນໃຫຍ່, ທ່ານປະທານສະພາແຫ່ງຊາດ ໄດ້ຮັບຮູ້ ແລະຍ້ອງຍໍບັນດາຜົນງານຂອງກົມກອງໃນໄລຍະຜ່ານມາ. ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ໄດ້ມອບຂອງຂວັນໃຫ້ພະນັກງານ, ນັກຮົບກອງພົນໃຫຍ່.
* ຕອນບ່າຍວັນດຽວກັນ, ຢູ່ແຂວງແຄງຮວ່າ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພ້ອມກັບຄະນະປະຕິບັດງານໄດ້ເຂົ້າຮ່ວມພິທີວາງສິລາລືກໂຄງການກໍ່ສ້າງທາງຄົມມະນາຄົມຈາກເສັ້ນທາງຫຼວງ 27C ຫາເສັ້ນທາງແຂວງ ĐT 656 - ເຊື່ອມຕໍ່ກັບແຂວງ ເລີມດົ່ງ ແລະນິງທ້ວນ.
ໂດຍ: ດັ້ງເກື່ອງ