ທີ່ການພົບປະ, ທ່ານ ບຸ່ຍແທັງເຊີນ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ປາດຖະໜາຢາກ ເພີ່ມທະວີການພົວພັນມິດຕະພາບ ແລະການຮ່ວມມືຫຼາຍດ້ານກັບໄອແລນ ແລະເຊື່ອໝັ້ນວ່າ ຜ່ານການຢ້ຽມຢາມຈະພ້ອມກັບຝ່າຍ ໄອແລນ ທົບທວນ, ເຫັນດີເປັນເອກະພາບຕໍ່ທິດທາງ ແລະມາດຕະການໃຫຍ່ ເພື່ອແນໃສ່ຊຸກຍູ້ການພົວພັນສອງຝ່າຍໃຫ້ພັດທະນາຢ່າງຮອບດ້ານ ແລະເລິກເຊິ່ງກວ່າອີກ, ສອດຄ່ອງກັບຄວາມມຸ່ງມາດປາດຖະໜາ ແລະຜົນປະໂຫຍດຂອງປະຊາຊົນສອງປະເທດ.

ທ່ານ ບຸ່ຍແທັງເຊີນ ຫວັງວ່າ ທ່ານປະທານາທິບໍດີໄອແລນ ຈະສະໜັບສະໜູນສອງຝ່າຍຊຸກຍູ້ການແລກປ່ຽນຄະນະຜູ້ແທນ ແລະການພົບປະຂັ້ນສູງ ແລະທຸກຂັ້ນ; ມີຄໍາເຫັນປະກອບສ່ວນກຊຸກຍູ້ລັດຖະສະພາໄອແລນ ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ອີຢູ - ຫວຽດນາມ (EVIPA) ໂດຍໄວ; ຍູ້ແຮງການຮ່ວມມືດ້ານການສຶກສາ-ກໍ່ສ້າງ ລະຫວ່າງສອງປະເທດ, ເປີດກວ້າງການພົບປະແລກປ່ຽນດ້ານວັດທະນະທຳ, ສິລະປະ, ເຊື່ອມຕໍ່ ແລະຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ...

leftcenterrightdel
ທ່ານ Michael D. Higgins ປະທານາທິບໍດີ ໄອແລນ ຖ່າຍຮູບພ້ອມກັບທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ເນື່ອງໃນໂອກາດນີ້, ທ່ານ ບຸ່ຍແທັງເຊີນ  ສະເໜີທ່ານປະທານາທິບໍດີໄອແລນ ສືບຕໍ່ສະໜັບສະໜູນຫວຽດນາມ ເປັນຄູ່ຮ່ວມມືບຸລິມະສິດໃນນະໂຍບາຍຮ່ວມມືພັດທະນາໃນໄລຍະຈະມາເຖິງ, ໜູນຊ່ວຍ ຫວຽດນາມ ພັດທະນາຊັບພະຍາກອນມະນຸດ ແລະ ການຫັນເປັນດີຈີຕອນ, ກະສິກຳເຕັກໂນໂລຢີສູງ.

ສ່ວນທ່ານ Michael D. Higgins ໄດ້ຮັບຮູ້ຂໍ້ສະເໜີຂອງຝ່າຍ ຫວຽດນາມ ແລະເຫັນດີຈະສືບຕໍ່ຊຸກຍູ້ການຮ່ວມມື ແລະເຊື່ອມຕໍ່ສອງຝ່າຍໃນທຸກຂົງເຂດ, ເປັນຕົ້ນແມ່ນດ້ານເສດຖະກິດ, ການພົບປະແລກປ່ຽນປະຊາຊົນ, ການສຶກສາ-ກໍ່ສ້າງ....

ປະທານາທິບໍດີ ໄອແລນ ກໍ່ເຫັນດີຕໍ່ຂໍ້ສະເໜີຂອງທ່ານລັດຖະມົນຕີ ບຸ່ຍແທັງເຊີນ ກ່ຽວກັບເລື່ອງສອງປະເທດຍູ້ແຮງການສົມທົບກັນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ແກ້ໄຂການປະທະກັນ, ຄວາມຂັດແຍ້ງກັນໂດຍສັນຕິວິທີ ແລະເໝາະສົມກັບກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ ກໍຄືໃນການຮັບມືກັບສິ່ງທ້າທາຍໃນທົ່ວໂລກ, ຄື: ການປ່ຽນແປງຂອງດິນຟ້າອາກາດ ແລະການຄໍ້າປະກັນດ້ານສະບຽງອາຫານ ເພື່ອພ້ອມກັນປະກອບສ່ວນເຂົ້າໃນເປົ້າໝາຍພັດທະນາແບບຍືນຍົງຂອງແຕ່ລະປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະການພັດທະນາໃນພາກພື້ນ ແລະໃນໂລກ.

ໂດຍ: ທູຈາງ