ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ຫວັງອີ ລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານບຸ່ຍແທງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.

ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ຕີລາຄາສູງໝາກຜົນສຳຄັນເຊິ່ງການຮ່ວມມື MLC ບັນລຸໄດ້ໃນໄລຍະຜ່ານມາ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ປະຊາຊົນ 6 ປະເທດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ບົນພື້ນຖານບັນດາຜົນງານທີ່ບັນລຸໄດ້ຫວ່າງມໍ່ໆມານີ້, ບັນດາລັດຖະມົນຕີໄດ້ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມື MLC ຕາມທິດໃຫ້ບຸລິມະສິດແກ່ການປ່ຽນແປງໃໝ່ປະດິດສ້າງ, ໜູນຊ່ວຍບັນດາປະເທດສະມາຊິກຫັນເປັນປະເທດທັນສະໄໝ ແລະສ້າງກຳລັງໜູນໃໝ່ໃຫ້ແກ່ການຮ່ວມມືອະນຸພາກພື້ນ. ບັນດາລັດຖະມົນຕີຢືນຢັນຈະສືບຕໍ່ໃຫ້ບຸລິມະສິດແກ່ການຮ່ວມມືຄຸ້ມຄອງຊັບພະຍາກອນນ້ຳແມ່ນ້ຳຂອງ-ແມ່ນໍ້າລ້ານຊ້າງ, ເລັ່ງລັດການປັບປຸງແຜນການກະທໍາຮ່ວມມືດ້ານຊັບພະຍາກອນນ້ຳ MLC ໄລຍະ 2023-2027 ແລະສະໜັບສະໜູນຫວຽດນາມ ຈັດຕັ້ງກອງປະຊຸມລັດຖະມົນຕີການຮ່ວມມືຊັບພະຍາກອນນ້ຳ MLC ຄັ້ງທີ 2 ໃນປີ 2024. ກອງປະຊຸມກໍ່ໄດ້ເຫັນດີເປັນເອກະພາບຍູ້ແຮງການພົບປະແລກປ່ຽນປະຊາຊົນ, ການຮ່ວມມືດ້ານການສຶກສາ ແລະການທ່ອງທ່ຽວ....

leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໄດ້ມີການໂອ້ລົມສົນທະນາກັບທ່ານລັດຖະມົນຕີການຕ່າງປະເທດຈີນ ຫວັງອີ ກ່ອນທີ່ດຳເນີນກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ ບຸ່ຍແທງເຊີນ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນ ແລະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮ່ວມມືລະຫວ່າງ 6 ປະເທດ. ມຸ່ງໄປເຖິງຈຸດໝາຍສ້າງອະນາຄົດອັນດີງາມໃຫ້ແກ່ປະຊາຊົນ, ທ່ານລັດຖະມົນຕີ ບຸ່ຍແທງເຊີນ ໄດ້ສະເໜີ 4 ກຸ່ມບຸລິມະສິດແກ່ການຮ່ວມມື MLC ໃນໄລຍະຈະມາເຖິງ.

ຄຳປາໄສຂອງທ່ານລັດຖະມົນຕີ ບຸ່ຍແທງເຊີນ ໄດ້ຮັບການຊົມເຊີຍ ແລະຕີລາຄາສູງຈາກບັນດາປະເທດສະມາຊິກເຂົ້າຮ່ວມ.

ໂດຍ: ທະນາພອນ