ທ່ານປະທານປະເທດຫວຽດນາມ ຫວໍວັນເຖືອງ, ຫົວໜ້າຄະນະຊີ້ນໍາການປະຕິ ຮູບຕຸລາການຂັ້ນສູນກາງ ເຂົ້າຮ່ວມ ແລະກ່າວຄໍາເຫັນ. ທ່ານ ເລມິງຈີ້ ຫົວໜ້າອົງການໄອຍະການປະຊາຊົນສູງສຸດຫວຽດນາມ ເປັນປະທານກອງປະຊຸມ.

leftcenterrightdel
ທ່ານປະທານປະເທດ ຫວໍວັນເຖືອງ ກ່າວຄໍາເຫັນທີ່ພິທີເປີດກອງປະຊຸມ. ພາບ: qdnd.vn

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ຫວໍວັນເຖືອງ ເນັ້ນໜັກວ່າ ໃນເວລາເກືອບ 20 ປີ, ກອງປະຊຸມຫົວໜ້າອົງການໄອຍະການບັນດາປະເທດ ອາຊຽນ - ຈີນ ໄດ້ຈັດຕັ້ງ  12 ຄັ້ງ ສາມາດພິສູດໄດ້ກ່ຽວກັບຄຸນຄ່າທີ່ຕັ້ງໜ້າ ນັ້ນແມ່ນເວທີປາໄສສໍາຄັນເພື່ອໃຫ້ຫົວໜ້າອົງການໄອຍະການໃນພາກພື້ນ ໄດ້ພົບປະ, ແລກປ່ຽນ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ, ຍົກສູງປະສິດທິຜົນການຮ່ວມມື ແລະຮ່ວມແຮງຮ່ວມໃຈແກ້ໄຂສິ່ງທ້າທາຍ ໃນການຕໍ່ສູ້ສະກັດກັ້ນ ແລະຕ້ານອາດຊະຍາກໍາ, ໂດຍສະເພາະແມ່ນອາດຊະຍາກໍາຂ້າມຊາດ, ອາດຊະຍາກໍາເຕັກໂນໂລຊີສູງ.

ທ່ານປະທານປະເທດ ຫວໍວັນເຖືອງ ຊີ້ແຈ້ງວ່າການພັດທະນາຢ່າງແຂງແຮງຂອງວິທະຍາສາດ-ເຕັກໂນໂລຊີ ໄດ້ນໍາເອົາຜົນປະໂຫຍດອັນໃຫຍ່ຫຼວງມາໃຫ້ມວນມະນຸດ ແຕ່ການພັດທະນານັ້ນ ກໍແມ່ນສະພາບແວດລ້ອມໃຫ້ແກ່ການເກີດອາຊະຍາກໍາໃໝ່ຈໍານວນໜຶ່ງ ຄື: ການສວຍໃຊ້ເຕັກໂນໂລຊີອັດສະລິຍະເພື່ອສໍ້ໂກງ, ຍາດຊີງຢຶດເອົາຊັບສິນໃນເຄືອຂ່າຍອິນເຕີແນັດ, ລັກຂໍ້ມູນສ່ວນຕົວ, ແຈກຢາຍລະຫັດທີ່ເປັນອັນຕະລາຍ, ໂຈມຕີເຄືອຂ່າຍອິນເຕີແນັດ, ຄອມພິວເຕີຂອງລັດຖະບານ ແລະວິສາຫະກິດ... ເພື່ອຕໍ່ສູ້ສະກັດກັ້ນ ແລະຕ້ານອາດຊະຍາກໍາປະເພດນີ້ຢ່າງມີປະສິດທິຜົນ, ບໍ່ມີວິທີອື່ນນອກຈາກການເພີ່ມທະວີການຮ່ວມມືສາກົນ, ແບ່ງປັນຂໍ້ມູນຂ່ານສານ, ເປັນເອກະພາບຕໍ່ການກະທໍາລະຫວ່າງອົງການຕຸລາການ ແລະອົງການປະຕິບັດກົດໝາຍຂອງບັນດາປະເທດຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານ ເລມິງຈີ້ ຫົວໜ້າອົງການໄອຍະການປະຊາຊົນສູງສຸດຫວຽດນາມ ກ່າວຄໍາເຫັນປິດກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ຕີລາຄາສູງຫົວຂໍ້ຂອງກອງປະຊຸມ, ທ່ານປະທານປະເທດ ຫວໍວັນເຖືອງ ເຊື່ອໝັ້ນວ່າດ້ວຍຄວາມຮັບຜິດຊອບຕໍ່ຄວາມປອດໄພ, ຄວາມຜາສຸກຂອງປະຊາຊົນ, ການພັດທະນາຂອງແຕ່ລະປະເທດ, ກອງປະຊຸມຈະຊອກໄດ້ມາດຕະການທີ່ມີປະສິດທິຜົນດີທີ່ສຸດ, ເປັນເອກະພາບຕໍ່ການກະທໍາລະຫວ່າງບັນດາປະເທດ ອາຊຽນ ແລະຈີນ ໃນການຕໍ່ສູ້ສະກັດກັ້ນ ແລະຕ້ານອາດຊະຍາກໍາຂ້າມຊາດ, ພິເສດແມ່ນອາດຊະຍາກໍາເຕັກໂນໂລຊີສູງ, ປະກອບສ່ວນເພີ່ມພູນຄູນສ້າງຄວາມສາມັກຄີມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງບັນດາ ປະເທດອາຊຽນ ແລະຈີນ, ເພື່ອສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນ ຢູ່ພາກພື້ນ.

ທີ່ກອງປະຊຸມ, ບັນດາຫົວໜ້າຄະນະຜູ້ແທນອົງການໄອຍະການບັນດາປະເທດ ອາຊຽນ ແລະຈີນ ໄດ້ປະກອບຄໍາເຫັນໂດຍຍົກໃຫ້ເຫັນສິ່ງທ້າທາຍຂອງອາດຊະຍາກໍາເຕັກໂນໂລຊີສູງ, ອາດຊະຍາກໍາຂ້າມຊາດຕໍ່ກັບຄວາມໝັ້ນຄົງ, ຄວາມປອດໄພຂອງແຕ່ລະປະເທດ ແລະພາກພື້ນ; ແບ່ງປັນຜົນສໍາເລັດ, ພຶດຕິກໍາຕົວຈິງທີ່ດີ ແລະຄວາມຫຍຸ້ງຍາກຂອງບັນດາປະເທດໃນການຕໍ່ສູ້ ສະກັດກັ້ນ ແລະຕ້ານອາດຊະຍາກໍາຂ້າມຊາດ, ພິເສດແມ່ນອາດຊະຍາກໍາເຕັກໂນໂລຊີສູງ; ສະເໜີມາດຕະການຮ່ວມມືເພື່ອຊຸກຍູ້ການຕໍ່ສູ້ສະກັດກັ້ນ ແລະຕ້ານອາດຊະຍາກໍາເຕັກໂນໂລຊີສູງ, ອາດຊະຍາກໍາຂ້າມຊາດ ຢ່າງມີປະສິດທິຜົນ.

leftcenterrightdel
ຫົວໜ້າຄະນະຜູ້ແທນບັນດາປະເທດ ອາຊຽນ ແລະຈີນ ເຊັນຖະແຫຼງການຮ່ວມກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ສິ້ນສຸດກອງປະຊຸມ, ຫົວໜ້າອົງການໄອຍະການບັນດາປະເທດ ອາຊຽນ ແລະຈີນ ໄດ້ເຊັນຖະແຫຼງການຮ່ວມ, ເປັນເອກະພາບຕໍ່ຄວາມຮັບຮູ້ ແລະການກະທໍາກ່ຽວກັບການເພີ່ມທະວີການຮ່ວມມືສາກົນໃນການຕໍ່ສູ້ສະກັດກັ້ນ ແລະຕ້ານອາດຊະຍາກໍາເຕັກໂນໂລຊີສູງ, ອາດຊະຍາກໍາຂ້າມຊາດ.

ກ່ອນໜ້ານັ້ນ, ໃນວັນທີ 4 ແລະ ທີ 5 ທັນວາ, ທີ່ຮ່າໂນ້ຍ, ທ່ານ ເລມິງຈີ້ ໄດ້ພົບປະສອງຝ່າຍກັບຫົວໜ້າຄະນະຜູ້ແທນອົງການໄອຍະການບັນດາປະເທດ ອາຊຽນ ແລະຈີນ.

ທ່ານ ເລມິງຈີ້ ໄດ້ຢັ້ງຢືນຄວາມປາດຖະໜາ, ການຕັດສິນໃຈຂອງອົງການໄອຍະການປະຊາຊົນສູງສຸດຫວຽດນາມ ໃນການຍູ້ແຮງ, ເພີ່ມທະວີການຮ່ວມມືກັບອົງການໄອຍະການປະຊາຊົນບັນດາປະເທດ ອາຊຽນ ແລະຈີນ ເພື່ອແນໃສ່ຍົກສູງປະສິດທິພາບ, ປະສິດທິຜົນການຕໍ່ສູ້ສະກັດກັ້ນ ແລະຕ້ານອາດຊະຍາກໍາ, ພິເສດແມ່ນອາດຊະຍາກໍາເຕັກໂນໂລຊີສູງ, ອາດຊະຍາກໍາຂ້າມຊາດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບຂອງແຕ່ລະປະເທດ ແລະພາກພື້ນ.

ໂດຍ: ໄຊຊະນະ