ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ຢັ້ງຢືນວ່າ ພັກ, ລັດ, ລັດຖະບານ ແລະປະຊາຊົນຫວຽດນາມ ຖືເປັນສໍາຄັນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ມາເລເຊຍ ໃຫ້ພັດທະນາໝັ້ນຄົງ, ຍືນຍົງ ແລະຍາວນານ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ປາດຖະໜາຢາກສືບຕໍ່ນໍາການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ມາເລເຊຍ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນໃນທຸກຂົງເຂດ: ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ການລົງທຶນ, ການຄ້າ, ວັດທະນະທໍາ, ການສຶກສາ-ກໍ່ສ້າງ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ຕ້ອນຮັບທ່ານ Dato’ Seri Utama Haji Mohamad Bin Haji Hasan ລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ. ພາບ: ເຢືອງຢາງ.

ແຈ້ງໃຫ້ຊາບກ່ຽວກັບແນວທາງການຕ່າງປະເທດ ແລະນະໂຍບາຍປ້ອງກັນຊາດ “4 ບໍ່” ຂອງຫວຽດນາມ, ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ລັດຖະບານຫວຽດນາມ ຍາມໃດກໍສະໜັບສະໜູນ, ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດສອງປະເທດ ນັບມື້ນັບພັດທະນາຢ່າງໝັ້ນແກ່ນ.

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດມາເລເຊຍ ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສໍາຄັນຂອງມາເລເຊຍ ຢູ່ພາກພື້ນ ແລະແມ່ນປະເທດໜຶ່ງດຽວໃນອາຊຽນ ທີ່ ມາເລເຊຍ ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ. ທ່ານລັດຖະມົນຕີ ໄດ້ແຈ້ງໃຫ້ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ຮັບຊາບກ່ຽວກັບຜົນການພົບປະເຈລະຈາທີ່ດໍາເນີນໃນຕອນເຊົ້າຂອງວັນດຽວກັນລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ ສອງປະເທດ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ເຢືອງຢາງ.

ທ່ານນາຍົກລັດຖະມົນຕີ ຕີລາຄາສູງຜົນການພົບປະເຈລະຈາທີ່ຕ່າງມີເຈດຕະນາດີໃນການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ, ປະກອບສ່ວນເຂົ້າໃນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ; ສະເໜີສອງຝ່າຍ ຕ້ອງສືບຕໍ່ຜັນຂະຫຍາຍຢ່າງຄົບຖ້ວນ, ມີປະສິດທິຜົນ, ແທດຈິງບັນດາເອກະສານຮ່ວມມືທີ່ໄດ້ລົງນາມ; ເພີ່ມທະວີການຮ່ວມມືໃນບັນດາຂົງເຂດ ເຊິ່ງ ສອງຝ່າຍມີຄວາມສາມາດບົ່ມຊ້ອນ ແລະມີທ່າແຮງ; ສະໜັບສະໜູນບັນດາອົງການປະຕິບັດກົດໝາຍຢູ່ທະເລຂອງສອງປະເທດ ເພີ່ມທະວີການສົມທົບກັນແລກປ່ຽນຂໍ້ມູນຂ່າວສານ, ສະກັດກັ້ນ ແລະຕ້ານອາດຊະຍາກໍາ; ການຮ່ວມມືກໍ່ສ້າງ; ຊ່ວຍເຫຼືອເຮືອຫາປາ ແລະຊາວປະມົງຂອງກັນທີ່ປະສົບເຄາະຮ້າຍຢູ່ທະເລ; ຄົ້ນຄວ້າ, ເປີດກວ້າງບັນດາຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ ຄື: ອຸດສາຫະກໍາປ້ອງກັນຊາດ, ພະລາທິການ ແລະເສນາຮັກ...

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ປາດຖະໜາວ່າ ໃນຖານະເປັນສອງປະເທດສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ ແລະມີທັດສະນະໃນອາຊຽນ, ມາເລເຊຍ ແລະຫວຽດນາມ ສືບຕໍ່ສະໜັບສະໜູນ, ຍົກອອກບັນດາຂໍ້ລິເລີ່ມ, ການກະທໍາທີ່ ແທດຈິງ ເພື່ອເສີມຂະຫຍາຍຄວາມສາມັກຄີພາຍໃນກຸ່ມ ແລະບົດບາດໃຈກາງຂອງອາຊຽນ ໃນໂຄງປະກອບຄວາມໝັ້ນຄົງພາກພື້ນ.

ພິເສດ, ຊຸກຍູ້ການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC)  ຢ່າງມີປະສິດທິຜົນ, ລົງນາມກົດແຫ່ງການປະພຶດຢູ່ ທະເລຕາເວັນອອກ (COC) ຢ່າງແທດຈິງ ແລະມີປະສິດທິຜົນ, ສອດຄ່ອງ ໂດຍໄວ; ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນ; ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ແລະຜົນປະໂຫຍດຂອງບັນດາຝ່າຍ, ປະກອບສ່ວນສ້າງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ທະເລຕາເວັນອອກ.

ໂດຍ: ໄຊຊະນະ