ສະຫາຍປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ອວຍພອນບັນດາສະຫາຍອາດີດການນຳຂັ້ນສູງຂອງລາວ ເນື່ອງໃນໂອກາດວັນຊາດລາວ ຄັ້ງທີ 48, ຕີລາຄາສູງບັນດາຜົນງານອັນໃຫຍ່ຫຼວງພາຍໃນ ແລະພົວພັນຕ່າງປະເທດທີ່ພັກ, ລັດ ແລະປະຊາຊົນລາວ ອ້າຍນ້ອງ ຍາດມາໄດ້ໃນຊຸມປີຜ່ານມາ, ໃນນັ້ນມີການປະກອບສ່ວນສຳຄັນຂອງບັນດາສະຫາຍອາດີດການນຳຂັ້ນສູງຂອງລາວ. ສະຫາຍປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສະແດງຄວາມເຊື່ອມໝັ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະເທດລາວ ຈະຜ່ານຜ່າຄວາມຫຍຸ້ງຍາກ ແລະນັບມື້ພັດທະນາເປັນເອກະລາດ, ເປັນເຈົ້າຕົນເອງ, ວັດທະນາຖາວອນ, ປະຊາຊົນລາວ ອ້າຍນ້ອງມີຊີວິດອີ່ມໜໍາສໍາລານ ແລະມີຄວາມສຸກ.

leftcenterrightdel
ສະຫາຍປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢ້ຽມຢາມຖາມຂ່າວສະຫາຍ ບຸນຍັງ ວໍລະຈິດ, ອະດີດເລຂາທິການໃຫຍ່, ອະດີດປະທານປະເທດລາວ. ພາບ: ຈ໊ຽນທັ໊ງ

ບັນດາສະຫາຍອາດີດການນຳຂັ້ນສູງຂອງລາວ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ສະຫາຍປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ທີ່ໄດ້ມາຢ້ຽມຢາມ ແລະເນັ້ນໜັກວ່າ ຄວາມສະໜິດຕິດພັນ, ສະໜິດສະໜົມກັບຫວຽດນາມ ຢາມໃດກໍ່ເລິກເຊິ່ງ, ພ້ອມທັງສະແດງຄວາມພາກພູມໃຈຕໍ່ການພັດທະນາອັນດີງາມຂອງການພົວພັນຮ່ວມມືລະຫວ່າງສອງປະເທດໃນທຸກຂົງເຂດ. ບັນດາສະຫາຍອາດີດການນຳໄດ້ຂອບໃຈຕໍ່ການສະໜັບສະໜຸນ, ການຊ່ວຍເຫຼືອອັນລ້ຳຄ່າເຊິ່ງຫວຽດນາມ ສະຫງວນໃຫ້ ລາວ ແລະສະເໜີໃຫ້ທັງສອງຝ່າຍສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ-ລາວ; ພ້ອມທັງເນັ້ນໜັກຄວນສືບຕໍ່ເອົາໃຈໃສ່ສຶກສາອົບຮົມ ແລະໂຄສະນາໃຫ້ລຸ້ນໜຸ່ມສອງປະເທດກ່ຽວກັບມູນເຊື້ອການພົວພັນແບບພິເສດ ແລະຄວາມສະໜິດຕິດພັນ, ສັດຊື່ບໍລິສຸດລະຫວ່າງລາວ-ຫວຽດນາມ, ຫວຽດນາມ-ລາວ.

ໂດຍ: ໄພລິນ ບຸນຍັງ