ເນື່ອງໃນໂອກາດນີ້, ນັກຂ່າວໄດ້ສຳພາດທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ. ລຸ່ມນີ້ແມ່ນເນື້ອໃນການສໍາພາດ:

ນັກຂ່າວ: ຮຽນທ່ານເອກອັກຄະລັດຖະທູດ, ທ່ານຕີລາຄາຄືແນວໃດກ່ຽວກັບເລື່ອງສະພາແຫ່ງຊາດ 3 ປະເທດ ລາວ-ຫວຽດນາມ-ກຳປູເຈຍ ໄດ້ຍົກລະດັບຈາກກອງປະຊຸມຄະນະກຳມະການຂຶ້ນມາເປັນລະດັບປະທານສະພາແຫ່ງຊາດ ແລະສິ່ງດັ່ງກ່າວໄດ້ຊ່ວຍຫຍັງແດ່ໃຫ້ແກ່ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດບັນດາປະເທດເວົ້າລວມ ກໍ່ຄືໃນວຽກງານຕິດຕາມ, ກວດກາ ແລະຊຸກຍູ້ການເຄື່ອນໄຫວຂອງລັດຖະບານສາມປະເທດ ເວົ້າສະເພາະ?

ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ: ດັ່ງທີ່ພວກເຮົາຮູ້ແລ້ວ, ວັນທີ 20 ພະຈິກ 2022 ຢູ່ນະຄອນຫຼວງ ພະນົມເປັນ ຂອງກຳປູເຈຍ, ປະທານສະພາແຫ່ງຊາດ 3 ປະເທດ ຫວຽດນາມ-ລາວ-ກຳປູເຈຍ ໄດ້ລົງນາມໃນຖະແຫຼງການຮ່ວມ, ໃນນັ້ນໄດ້ຍົກລະດັບກົນໄກກອງປະຊຸມລະຫວ່າງບັນດາຄະນະກຳມະການຂອງສາມປະເທດເປັນກອງປະຊຸມຂັ້ນສູງຂອງສະພາແຫ່ງຊາດຂອງສາມປະເທດ. ການຍົກລະດັບກົນໄກກອງປະຊຸມຂັ້ນສູງໂດຍທ່ານປະທານສະພາແຫ່ງຊາດ ເປັນປະທານມີຄວາມໝາຍສຳຄັນທີ່ສຸດຕໍ່ການພົວພັນ ແລະການຮ່ວມມືລະຫວ່າງ 3 ສະພາແຫ່ງຊາດເວົ້າສະເພາະ ແລະລະຫວ່າງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ເວົ້າລວມ.

leftcenterrightdel
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນບ໊າຮຸ່ງ. ພາບ: ສໍານັກຂ່າວສານຫວຽດນາມ

ທີໜຶ່ງ, ສິ່ງດັ່ງກ່າວໄດ້ຊ່ວຍປັບປຸງກົນໄກຮ່ວມມືລະຫວ່າງສະພາແຫ່ງຊາດ 3 ປະເທດຢ່າງຄົບຖ້ວນ, ສົມບູນທີ່ສຸດ. ທີສອງ, ປັບປຸງການພົບປະ, ແລກປ່ຽນ, ການເຮັດວຽກລະຫວ່າງການນຳ 3 ປະເທດຫວຽດນາມ-ລາວ-ກຳປູເຈຍ ໃຫ້ສົມບູນ. ພວກເຮົາຮູ້ວ່າ, ໃນໄລຍະຜ່ານມາໄດ້ມີກົນໄກພົບປະລະຫວ່າງການນຳ 3 ພັກຂອງ 3 ປະເທດ, ແລະກົນໄກປະຊຸມລັດຖະບານພາຍໃຕ້ການເປັນປະທານຂອງນາຍົກລັດຖະມົນຕີ. ປະຈຸບັນແມ່ນກົນໄກລະຫວ່າງ 3 ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງປະທານສະພາແຫ່ງຊາດ 3 ທ່ານ. ສະນັ້ນ, ຈະເປັນການປັບປຸງກົນໄກຮ່ວມມືໃຫ້ສົມບູນຢູ່ໃນລະດັບສູງສຸດ, ຄົບຖ້ວນ ແລະຮອບດ້ານທີ່ສຸດລະຫວ່າງ 3 ປະເທດ. ນີ້ແມ່ນສິ່ງພິເສດທີ່ສຸດ, ບາງເທື່ອອາດມີແຕ່ໜຶ່ງບໍ່ມີສອງໃນສາຍພົວພັນສາມັກຄີລະຫວ່າງ 3 ປະເທດອິນດູຈີນ.

ທີສາມ, ການຍົກລະດັບກອງປະຊຸມເປັນກົນໄກປະຊຸມລະຫວ່າງປະທານສະພາແຫ່ງຊາດ 3 ທ່ານ ກໍ່ຊ່ວຍຕອບສະໜອງຄວາມຮຽກຮ້ອງຕ້ອງການໃນສະພາບການໃໝ່. ປະຈຸບັນ, ສະພາບການໂລກ ແລະພາກພື້ນ, ນັບທັງພາກພື້ນອາຊີຕາເວັນອອກສ່ຽງໃຕ້ພວມມີການຜັນແປຢ່າງວ່ອງໄວ ແລະສົ່ງຜົນສະທ້ອນເຖິງຫຼາຍດ້ານຕໍ່ບັນດາປະເທດໃນພາກພື້ນ, ໃນນັ້ນມີ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ. ເພາະສະນັ້ນ, ຍິ່ງກວ່າເວລາໃດໝົດ, ຕ້ອງມີກົນໄກຮ່ວມມືຢ່າງໃກ້ຊິດ ແລະມີປະສິດທິຜົນກວ່າອີກໃນທຸກຊ່ອງທາງລະຫວ່າງ 3 ປະເທດ ເພື່ອຮັບປະກັນການຊຸກຍູ້ການພົວພັນມິດຕະພາບ, ສາມັກຄີ ແລະການຮ່ວມມືຢ່າງຄົບຊຸດ, ຮອບດ້ານ. ສິ່ງດັ່ງກ່າວຈະຊ່ວຍໃຫ້ການຮ່ວມມືລະຫວ່າງ 3 ປະເທດ, ໂດຍສະເພາະແມ່ນກົນໄກຮ່ວມມືລັດຖະສະພານັບມື້ນັບແໜ້ນແຟ້ນ ແລະມີປະສິດທິຜົນກວ່າອີກ.

ການສ້າງກົນໄກຮ່ວມມືລັດຖະສະພາລະຫວ່າງ 3 ປະເທດຫວຽດນາມ - ລາວ - ກຳປູເຈຍ ຂຶ້ນເປັນຂັ້ນສູງສະພາແຫ່ງຊາດບໍ່ພຽງແຕ່ສ້າງຂີດໝາຍລະດັບສູງໃໝ່ໃນການຮ່ວມມືລັດຖະສະພາເທົ່ານັ້ນ ຫາກຍັງມີຄວາມໝາຍສຳຄັນຕໍ່ສະພາແຫ່ງຊາດອີກດ້ວຍ.

ດ້ວຍຄວາມໝາຍສຳຄັນ ແລະຮອບດ້ານທີ່ກ່າວມາຂ້າງເທິງນີ້, ເລື່ອງສະພາແຫ່ງຊາດ 3 ປະເທດຫວຽດນາມ - ລາວ - ກຳປູເຈຍ ຍົກກົນໄກກອງປະຊຸມຂຶ້ນລະດັບສູງສຸດໄດ້ສະແດງໃຫ້ເຫັນຈິດໃຈຮ່ວມເດີນທາງຢ່າງເລິກເຊິ່ງກັບລັດຖະບານໃນການຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້, ໂດຍສະເພາະແມ່ນການຊຸກຍູ້ການເຊື່ອມຕໍ່ 3 ພື້ນຖານເສດຖະກິດຢູ່ເຂດສາມຫຼ່ຽມພັດທະນາ CLV, ມຸ່ງໄປເຖິງເປົ້າໝາຍການພັດທະນາແບບຍືນຍົງ ແລະກວມລວມ.

ນັກຂ່າວ: ໃນຂອບເຂດການໄປປະຕິບັດງານຄັ້ງນີ້, ນອກຈາກການເຂົ້າຮ່ວມກອງປະຊຸມຂັ້ນສູງສະພາແຫ່ງຊາດແລ້ວ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພ້ອມດ້ວຍຄະນະ ຈະໄປຢ້ຽມຢາມ ແລະເຮັດວຽກຢູ່ລາວ ທ່ານເອກອັກຄະລັດຖະທູດຕີລາຄາຄືແນວໃດກ່ຽວກັບບັນຫານີ້,  ຮຽນທ່ານເອກອັກຄະລັດຖະທູດ?

ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ: ຈຸດປະສົງຕົ້ນຕໍຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄປຢ້ຽມຢາມລາວໃນຄັ້ງນີ້ ແມ່ນການເຂົ້າຮ່ວມກອງປະຊຸມຂອງປະທານສະພາແຫ່ງຊາດ 3 ປະເທດ, ຄຽງຂ້າງນັ້ນ ທ່ານປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະຜູ້ແທນຂັນສູງຂອງສະພາ ແຫ່ງຊາດ ຫວຽດນາມ ກໍ່ຈະໄປຢ້ຽມຢາມແລະເຮັດວຽກຢູ່ລາວ ເພື່ອແນໃສ່ເພີ່ມທະວີການພົວພັນສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະມີປະສິດທິຜົນລະຫວ່າງສອງຝ່າຍ. ການນຳ ລາວ ສະແດງຄວາມຊົມເຊີຍຕໍ່ການຢ້ຽມຢາມຄັ້ງນີ້ທີ່ສຸດ.

ເຖິງວ່າບໍ່ແມ່ນການຢ້ຽມຢາມຢ່າງເປັນທາງການກໍ່ຕາມ, ແຕ່ລາຍການເຮັດວຽກແມ່ນຫຼາຍທີ່ສຸດ, ໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງປະທານສະພາແຫ່ງຊາດ ກໍ່ຄືການນຳຫວຽດນາມ ໃນການຮັດແໜ້ນຄວາມສາມັກຄີ ແລະການຮ່ວມມືລະຫວ່າງ 2 ປະເທດ.

ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະມີການພົບປະກັບການນຳຫຼັກແຫຼ່ງ ແລະຂັ້ນສູງຂອງລາວ ເພື່ອປຶກສາຫາລືຫຼາຍບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ  ຈາກມູມມອງຂອງພັກ, ສະພາແຫ່ງຊາດ, ລັດຖະບານ ເພື່ອເພີ່ມທະວີປະສິດທິຜົນການຮ່ວມມືຮອບດ້ານລະຫວ່າງສອງປະເທດ ແລະພ້ອມກັນແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ຂໍ້ຄົງຄ້າງໃນການພົວພັນຮ່ວມມືລະຫວ່າງ 2 ປະເທດ, ກ່ອນອື່ນໝົດແມ່ນບັນຫາທີ່ຈຳກັດໃນການຮ່ວມມືດ້ານເສດຖະກິດ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກໍ່ຈະໄປຢ້ຽມຢາມອະດີດການນຳຂອງປະເທດລາວ, ນີ້ໄດ້ສະແດງໃຫ້ເຫັນເຖິງນ້ຳໃຈບໍລິສຸດຜຸດຜ່ອງ, ສະໜິດສະໜົມ ແລະສະເໝີຕົ້ນ ສະເໝີປາຍຂອງບັນດາການນຳຫວຽດນາມ ທີ່ມີຕໍ່ປະເທດເພື່ອນມິດລາວ.

ນອກຈາກນັ້ນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກໍ່ຈະເຮັດວຽກກັບບັນດາວິສາຫະກິດຫວຽດນາມ ແລະພົບປະກັບພະນັກງານ, ລັດຖະກອນຂອງບັນດາອົງການຜູ້ຕາງໜ້າຫວຽດນາມ ປະຈໍາລາວ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ.

ຂ້າພະເຈົ້າເຊື່ອໝັ້ນວ່າ, ການຢ້ຽມຢາມຄັ້ງນີ້ບໍ່ພຽງແຕ່ຈະປະກອບສ່ວນສຳຄັນເພື່ອເພີ່ມທະວີຄຸນນະພາບ, ປະສິດທິຜົນຂອງການພົວພັນສາມັກຄີ ແລະການຮ່ວມມືຮອບດ້ານຄືດັ່ງການນຳຂັ້ນສູງສອງປະເທດໄດ້ເຫັນດີເປັນ ເອກະພາບໃນການພົບປະຄັ້ງຜ່ານມາເທົ່ານັ້ນ, ຫາກຍັງປະກອບສ່ວນເພີ່ມທະວີການພົວພັນລະຫວ່າງລັດຖະສະພາອີກດ້ວຍ, ນີ້ແມ່ນຂົງເຂດທີ່ຂ້າພະເຈົ້າຖືວ່ານັບມື້ນັບມີຄວາມສຳຄັນລະຫວ່າງສອງສະພາແຫ່ງຊາດ ແລະຈະປະກອບສ່ວນສຳຄັນເຂົ້າໃນພາລະກິດປ່ຽນແປງໃໝ່ທັງດ້ານການເມືອງ, ກົດໝາຍ ແລະເສດຖະກິດຂອງສອງປະເທດ.

ນັກຂ່າວ: ຂໍຂອບໃຈທ່ານເອກອັກຄະລັດຖະທູດ!

ໂດຍ: ທະນາພອນ