ຫວຽດນາມ - ຈີນ ເພີ່ມທະວີການພົວພັນມິດຕະພາບ
ກປ.ອອນໄລ - ຕອນບ່າຍວັນທີ 30 ພະຈິກ, ຢູ່ສໍານັກງານສູນກາງພັກ, ທ່ານນາງ ເຈືອງທິມາຍ, ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະພາປຶກສາການເມືອງແຫ່ງຊາດຈີນ ນໍາໂດຍທ່ານ Wang Yong, ກຳມະການສູນກາງພັກກອມມູນິດຈີນ, ຮອງປະທານສະພາປຶກສາການເມືອງແຫ່ງຊາດຈີນ ນຳໜ້າຄະນະໃນໂອກາດມາຢ້ຽມຢາມຫວຽດນາມ ແລະ ເຂົ້າຮ່ວມການພົບປະແລກປ່ຽນມິດຕະພາບ ຄັ້ງທີ 2 ລະຫວ່າງຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະສະພາປຶກສາການເມືອງແຫ່ງຊາດຈີນ ແລະລະຫວ່າງແນວໂຮມປະເທດຊາດ 7 ແຂວງຊາຍແດນຂອງຫວຽດນາມ ແລະ ສະພາປຶກສາການເມືອງຂອງສອງແຂວງ/ເຂດປົກຄອງຕົນເອງຂອງຈີນ ທີ່ມີເສັ້ນຊາຍແດນຮ່ວມ.
ທີ່ການຕ້ອນຮັບ, ທ່ານນາງ ເຈືອງທິມາຍ ຊົມເຊີຍໝາກຜົນແຫ່ງການຮ່ວມມືລະຫວ່າງສອງອົງການຈັດຕັ້ງ ໃນໄລຍະຜ່ານມາ ແລະການປະກອບສ່ວນທີ່ຕັ້ງໜ້າເຂົ້າໃນການປັບປຸງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ. ໃນໄລຍະຈະມາເຖິງ, ທ່ານນາງ ເຈືອງທິມາຍ ສະເໜີໃຫ້ແນວໂຮມປະເທດຊາດຫວຽດນາມ ແລະສະພາປຶກສາການເມືອງແຫ່ງຊາດຈີນ ສືບຕໍ່ເພີ່ມທະວີການເຄື່ອນໄຫວຮ່ວມມືຢ່າງແທດຈິງ; ຊຸກຍູ້ການພົບປະແລກປ່ຽນລະຫວ່າງປະຊາຊົນທຸກຊັ້ນຄົນ, ພິເສດແມ່ນຢູ່ເຂດຊາຍແດນ; ພ້ອມກັນມານະພະຍາຍາມເພື່ອການພັດທະນາຂອງສອງປະເທດ, ປະກອບສ່ວນເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາໃນພາກພື້ນ ແລະໃນໂລກ.
    |
 |
ທ່ານນາງ ເຈືອງທິມາຍ, ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ຕ້ອນຮັບທ່ານ Wang Yong, ກຳມະການສູນກາງພັກກອມມູນິດຈີນ, ຮອງປະທານສະພາປຶກສາການເມືອງແຫ່ງຊາດຈີນ. ພາບ: qdnd.vn |
ສ່ວນທ່ານ Wang Yong ສະແດງຄວາມປິຕິຊົມຊື່ນເມື່ອໄດ້ມາຢ້ຽມຢາມຫວຽດນາມ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ທ່ານນາງ ເຈືອງທິມາຍ ທີ່ໄດ້ສະຫຼະເວລາຕ້ອນຮັບຄະນະ. ທ່ານ Wang Yong ຊົມເຊີຍ ຜົນງານອັນໃຫຍ່ຫຼວງ ແລະຮອບດ້ານ ເຊິ່ງປະຊາຊົນຫວຽດນາມ ບັນລຸໄດ້ໃນການພັດທະນາເສດຖະກິດ-ສັງຄົມ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກ ກອມມູນິດຫວຽດນາມ ໂດຍທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ນຳໜ້າ, ປະຊາຊົນຫວຽດນາມ ຈະສືບຕໍ່ບັນລຸໄດ້ຜົນງານອັນໃຫຍ່ຫຼວງກວ່າອີກ, ນໍາປະເທດ ຫວຽດນາມ ພັດທະນານັບມື້ນັບໝັ້ນຄົງເຂັ້ມແຂງ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ທ່ານ Wang Yong ຢືນຢັນວ່າ, ສະພາປຶກສາການເມືອງແຫ່ງຊາດຈີນ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບແນວໂຮມປະເທດຊາດຫວຽດນາມ ເພື່ອປະຕິບັດຄໍາສັ່ງຊີ້ນໍາ ແລະຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ ໃຫ້ເປັນຢ່າງດີ, ເສີມຂະຫຍາຍບົດບາດຫຼັກແຫຼ່ງໃນການຊຸກຍູ້ການຮ່ວມມືລະຫວ່າງປະຊາຊົນສອງປະເທດ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ນໍ້າໃຈມິດຕະພາບ, ປະກອບສ່ວນເຂົ້າໃນການພັດທະນາການພົວພັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່.
ໂດຍ: ທູຈາງ