ແບ່ງປັນໃນໂອກາດຫວຽດນາມ-ຝລັ່ງ ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ (2013-2023), ທ່ານ Benoit Guidée, ຜູ້ອຳນວຍການພາກພື້ນອາຊີ ແລະທະວີບໂອເຊອານີ, ກະຊວງການຕ່າງປະເທດຝລັ່ງ ໃຫ້ຮູ້ວ່າ: ທ່າແຮງບົ່ມຊ້ອນແຫ່ງການພົວພັນລະຫວ່າງສອງປະເທດຍັງໃຫຍ່ຫຼວງ ແລະສອງຝ່າຍຄວນເຮັດຫຼາຍກວ່າອີກໃນຂົງເຂດຍຸດທະສາດ ຄື: ພະລັງງານ, ການບິນ ແລະອາວະກາດ, ທະນາຄານ, ເຕັກໂນໂລຢີ-ຂໍ້ມູນຂ່າວສານ, ຜະລິດຕະພັນກະເສດ ແລະສະບຽງອາຫານ, ການຄົມມະນາຄົມ, ສິ່ງແວດລ້ອມ, ພື້ນຖານໂຄງລ່າງ...

leftcenterrightdel
ທ່ານ Benoit Guidée, ຜູ້ອຳນວຍການພາກພື້ນ ອາຊີ ແລະທະວີບໂອເຊອານີ, ກະຊວງການຕ່າງປະເທດຝລັ່ງ. ພາບ: ສໍານັກຂ່າວສານຫວຽດນາມ

ບຸລິມະສິດສູງສຸດໃນການສົນທະນາ ຝລັ່ງ - ຫວຽດນາມ ແມ່ນບັນດາບັນຫາສັນຕິພາບ ແລະຄວາມໝັ້ນຄົງສາກົນ; ຈາກນັ້ນແມ່ນບັນຫາທົ່ວໂລກ. ທ່ານ Benoit Guidée ກໍ່ຖືວ່າ: ຫວຽດນາມ ແລະ ຝລັ່ງ ຄວນເພີ່ມທະວີການເຈລະຈາ ເພື່ອຮັບມືກັບບັນດາການປ່ຽນແປງຢ່າງວ່ອງໄວທີ່ນາບຂູ່ບັນດາຫຼັກການຄື: ລັດທິຫຼາຍຝ່າຍ, ເຄົາລົບກົດໝາຍສາກົນ, ຄວາມເສລີໃນການເດີນທະເລ ແລະການບິນ...

ໂດຍ: ທະນາພອນ