ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ເນັ້ນໜັກວ່າ ກອງປະຊຸມຄັ້ງນີ້ຈະພິຈາລະນາ, ຕັດສິນຫຼາຍບັນຫາສຳຄັນຍິ່ງ, ມີຄວາມໝາຍສຳຄັນທີ່ສຸດ, ກ່ຽວຂ້ອງເຖິງການປະຕິບັດສຳເລັດໜ້າທີ່ການເມືອງຂອງຄະນະບໍລິຫານງານສູນກາງພັກຊຸດທີ XIII ແຕ່ປັດຈຸບັນຮອດໝົດອາຍຸການ. ນັ້ນແມ່ນ: ສະພາບການເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດປີ 2023, ແຜນການປີ 2024; ແຜນການການເງິນ - ງົບປະມານແຫ່ງລັດ 3 ປີ 2024 - 2026 ແລະ ວິວັດການປະຕິບັດລະບົບເງິນເດືອນໃໝ່, ສະຫຼຸບ 10 ປີແຫ່ງການປະຕິບັດມະຕິ ກອງປະຊຸມ ຄັ້ງທີ 5 ຂອງຄະນະບໍລິຫານງານສູນການພັກຊຸດທີ XI ກ່ຽວກັບບາງບັນຫານະໂຍບາຍສັງຄົມ ໄລຍະ 2012 - 2020. ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຊີ້ແຈ້ງວ່າ: ຕ້ອງມີການໄຈ້ແຍກສະພາບການພາຍໃນປະເທດ, ສາກົນຢ່າງເຖິງກົກເຖິງປາຍ, ເຫັນໄດ້ຊັດບັນດາການປ່ຽນແປງທີ່ເລິກເຊິ່ງ, ການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ແລະ ຄາດຄະເນໄດ້ທ່າອ່ຽງພັດທະນາໃນໄລຍະຈະມາເຖິງ ເພື່ອມີການເພີ່ມເຕີມຢ່າງທັນການ, ພັດທະນາບາງທັດສະນະ, ແນວຄິດຊີ້ນຳ ແລະປັບປຸງບາງໜ້າທີ່, ວິທີການແກ້ໄຂຫຼັກທີ່ເໝາະສົມກັບສະພາບການໃໝ່.

leftcenterrightdel
ໄຂກອງປະຊຸມ ຄັ້ງທີ 8 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XIII. ພາບ: qdnd.vn

ສຸມໃສ່ເຮັດໃຫ້ແຈ້ງບັນດາຂໍ້ສະດວກ, ໂອກາດທີ່ຕ້ອງກຳແໜ້ນ, ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍທີ່ຕ້ອງຜ່ານຜ່າ ເພື່ອເປັນເຈົ້າການແຕ່ໄກ, ໂດຍໄວ; ໃນທຸກກໍລະນີ ແມ່ນລ້ວນແຕ່ປົກປ້ອງເອກະລາດ, ອະທິປະໄຕ, ຄວາມເປັນເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດຢ່າງໝັ້ນແກ່ນ; ປົກປ້ອງພັກ, ລັດ, ປະຊາຊົນ ແລະ ລະບົບສັງຄົມນິຍົມ; ປົກປ້ອງຜົນປະໂຫຍດຂອງປະເທດຊາດ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ