ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ແລະກິກີດສະຖານ
ກປ.ອອນໄລ - ໃນລະຫວ່າງວັນທີ 29-30 ກັນຍາ, ທ່ານ ຫງວຽນຄັກດິ້ງ ຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ ສາທາລະນະລັດ ກິກີດສະຖານ.
ໃນຂອບເຂດການຢ້ຽມຢາມ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ໄດ້ມີການພົບປະເຈລະຈາກັບທ່ານ Dzhamilia Isaeva ຮອງປະທານສະພາສູງສຸດກິກີດສະຖານ ແລະຜູ້ຕາງໜ້າການນຳບັນດາຄະນະກຳມາທິການສະພາສູງສຸດ; ພົບປະກັບທ່ານ Akylbek Japarov ປະທານສະພາລັດຖະມົນຕີກິກີດສະຖານ; ພົບປະກັບທ່ານ B. Elvira ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ກິກີດສະຖານ - ຫວຽດນາມ ແລະພົບປະກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ກິກີດສະຖານ.
    |
 |
ການພົບປະເຈລະຈາລະຫວ່າງທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນຄັກດິ່ງ ແລະທ່ານຮອງປະທານສະພາສູງສຸດກິກີດສະຖານ Dzhamilia Isaeva. ພາບ: ສໍານັກຂ່າວສານຫວຽດນາມ. |
ທີ່ການພົບປະເຈລະຈາ ແລະການເຮັດວຽກດັ່ງກ່າວ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ແລະການນຳກິກີດສະຖານ ຢືນຢັນຖືເປັນສໍາຄັນການພົວພັນລະຫວ່າງສອງປະເທດ. ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນ; ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ ແລະຜະລິດຕະພັນທີ່ສອງຝ່າຍມີຄວາມຕ້ອງການ ແລະມີທ່າແຮງ, ເຊັ່ນ: ເຄື່ອງຕ່ຳແຜ່ນຕັດຫຍິບ, ການທ່ອງທ່ຽວ, ການຜະລິດ ແລະປຸງແຕ່ງຜະລິດຕະພັນກະເສດ; ເພີ່ມທະວີການສົມທົບກັນເພື່ອຜັນຂະຫຍາຍສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະສະຫະພັນເສດຖະກິດອາຊີ-ເອີລົບ-ຫວຽດນາມ (EAEU) ຢ່າງມີປະສິດທິຜົນ; ຊຸກຍູ້ການສ້າງຕັ້ງບັນດາວິສາຫະກິດຮ່ວມທຸລະກິດລະຫວ່າງຫວຽດນາມ ແລະກິກີດສະຖານ ເພື່ອເປັນຂົວຕໍ່ຊ່ວຍໃຫ້ບັນດາວິສາຫະກິດສອງປະເທດເຂົ້າສູ່ຕະຫຼາດເຊິ່ງກັນ, ຂຸດຄົ້ນ ແລະເປີດກວ້າງຕະຫຼາດໄປຍັງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ກໍ່ຄືອາຊີກາງ. ສອງຝ່າຍກໍ່ເຫັນດີເປັນເອກະພາບຈະສືບຕໍ່ສະໜັບສະໜູນກັນເຂົ້າຮ່ວມບັນດາກົນໄກຮ່ວມມືສຳຄັນຂອງສະຫະປະຊາຊາດ ຄື: ສະພາຄວາມໝັ້ນຄົງ ສປຊ, ອົງການ ສປຊ ເພື່ອການສຶກສາ, ວິທະຍາສາດ ແລະວັດທະນະທຳ (UNESCO), ສະພາເສດຖະກິດ - ສັງຄົມ ສປຊ (ECOSOC)….
ກ່ຽວກັບການຮ່ວມມືລັດຖະສະພາ, ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືລະຫວ່າງອົງການນິຕິບັນຍັດຂອງສອງປະເທດໃນຂອບເຂດສອງຝ່າຍ ແລະຫຼາຍຝ່າຍ; ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຄະນະກຳມາທິການວິຊາສະເພາະ ແລະຜູ້ແທນສະພາແຫ່ງຊາດ/ສະມາຊິກລັດຖະສະພາຂອງສອງປະເທດ; ສືບຕໍ່ປະສານສົມທົບ ແລະສະໜັບສະໜູນເຊິ່ງກັນ ແລະກັນ ຢູ່ບັນດາເວທີປາໄສລັດຖະສະພາຫຼາຍຝ່າຍ.
ໃນການຢ້ຽມຢາມ, ທ່ານຮອງປະທານສະພາແຫ່ງຊາດ ແລະຄະນະໄດ້ມີການພົບປະກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ຢູ່ກິກີດສະຖານ, ແລະແຈ້ງໃຫ້ຊາບກ່ຽວກັບສະພາບການຢູ່ພາຍໃນປະເທດ ແລະຮັບຟັງການແບ່ງປັນ, ແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງຍາດຕິພີ່ນ້ອງ.
ໂດຍ: ຈາງຫງວຽນ